ໃນວັນທີ 8 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ຫຼາຍພາກສ່ວນໄດ້ມອບປັດໄຈ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອຜູ້ປະສົບໄພພິບັດທໍາມະຊາດ ລວມມູນຄ່າທັງໝົດ 13.800.000.000 ກີບ ເຊິ່ງຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.

+ ບັນດາພາກສ່ວນທີ່ມາມອບການຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ:

  • ບໍລິສັດ ຊຽງຂວາງເທຣດດິງ ຈຳນວນ 2.000.000.000 ກີບ
  • ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ຜູ້ດຽວ ຈຳນວນ 1.500.000.000 ກີບ
  • ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ເອັດສ໌ທີກຣຸບ ພາກສ່ວນລະ 1.000.000.000 ກີບ
  • ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ (2) ແລະ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ລວມ 700.000.000 ກີບ
  • ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດ ຜູ້ດຽວ (AIDC) ແລະ ກຸ່ມບໍລິສັດ AIF ລວມ 600.000.000 ກີບ
  • ບໍລິສັດ ຮວາລີບໍ່ແຮ່ ຈຳກັດ ຈຳນວນ 600.000.000 ກີບ
  • ທະນາຄານ ຮ່ວມພັດທະນາ (JDB), ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ, ບໍລິສັດ ຫວຽດລົງທຶນ ແລະ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດ ຜູ້ດຽວ ພາກສ່ວນລະ 500.000.000 ກີບ
  • ບໍລິສັດ ຈົງລີລາວ ຈຳນວນ 400.000.000 ກີບ
  • ບໍລິສັດ ເອເຊຍຊັກຊີສ ໂຮນດິ້ງບໍ່ແຮ່ ຈຳກັດ ຜູ້ດຽວ, ບໍລິສັດ ຄຳມ່ວນ ອີມພອດ-ເອັກສພອດ, ບໍລິສັດລາວກໍ່ສ້າງ ແລະ ຂຸດຄົ້ນຊັບພະຍາກອນ ພາກສ່ວນລະ 300.000.000 ກີບ
  • ບໍລິສັດ ເບຍລາວ ມອບນ້ຳດື່ມມູນຄ່າ 300.000.000 ກີບ
  • ກຸ່ມບໍລິສັດ ພອນສັກ, ບໍລິສັດ ລາດຊະວົງພຣາຊາ ແລະ ກຸ່ມບໍລິສັດ ດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດ ພາກສ່ວນລະ 200.000.000 ກີບ
  • ບໍລິສັດ ແສງທະວີ ແລະ ບໍລິສັດ TVS ຈຳກັດ ຜູ້ດຽວ ລວມ 200.000.000 ກີບ ແລະ ພາກສ່ວນອື່ນໆ

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍຕໍ່ພາກສ່ວນຕ່າງໆທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເພື່ອແຜ່ໃຫ້ການຊ່ວຍເຫຼືອຕໍ່ບັນດາຜູ້ປະສົບອຸທົກກະໄພໃນຄັ້ງນີ້ ເຖິງວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ, ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະຫຼະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນແລະກັນ ໃນເວລາທີ່ພົບກັບຄວາມຫຍຸ້ງຍາກ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງນຳໃຊ້ເຂົ້າໃນການຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ປະສົບໄພພິບັດດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບຜົນກະທົບຈາກໄພນໍ້າຖ້ວມ ໃນປີນີ້ແມ່ນໜັກໜ່ວງ ໂດຍ ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນໃນຂອບເຂດທົ່ວປະເທດ, ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ, ເຊິ່ງລັດຖະບານ ກໍຄືບັນດາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນຕ່າງໆໃນທົ່ວສັງຄົມ ກໍໄດ້ສຸມໃສ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ທ້ອງຖິ່ນຕ່າງໆຢ່າງວ່ອງໄວ ແລະ ທັນການສົມຄວນ.