ວັນທີ 8 ສິງຫາ 2023, ອະນຸກຳມະການເນື້ອໃນ ຮັບຜິດຊອບໂຄງການກໍ່ສ້າງວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ (ວກປສ) ໄດ້ມີການກວດກາຄືນກ່ຽວກັບ ການສ້າງສາລະຄະດີມູນເຊື້ອການເຄື່ອນໄຫວຂອງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ເພື່ອກະກຽມອອກສາຍໃຫ້ບັນດາທ່ານໄດ້ຮັບຊົມ ໃນພິທີມອບ-ຮັບໂຄງການກໍ່ສ້າງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ທີ່ຈະຈັດຂຶ້ນຢ່າງເປັນທາງການໃນມໍ່ໆນີ້; ໂດຍມີບັນດາທ່ານໃນອະນຸກຳມະການເນື້ອໃນ, ອະນຸກຳມະການສ້າງສາລະຄະດີ ແລະ ຮູບພາບການເຄື່ອນໄຫວຂອງ ວກປສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ, ເຊິ່ງເປັນປະທານໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ.

ໃນການກວດກາການສ້າງສາລະຄະດີມູນເຊື້ອການເຄື່ອນໄຫວຂອງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ຄັ້ງນີ້ ບັນດາທ່ານທີ່ເຂົ້າຮ່ວມໄດ້ມີການຮັບຊົມວິດີໂອສາລະຄະດີມູນເຊື້ອການເຄື່ອນໄຫວຂອງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ພ້ອມທັງມີການປະກອບຄຳຄິດເຫັນໃສ່ເນື້ອໃນມູນເຊື້ອ, ຮູບພາບເຄື່ອນໄຫວຂອງ ວກປສ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ມີຄວາມເໝາະສົມຖືກຕ້ອງຕາມເຫດການຕົວຈິງ.

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຍ້ອງຍໍຊົມເຊີຍຕໍ່ ຄະນະຮັບຜິດຊອບສ້າງສາລະຄະດີມູນເຊື້ອການເຄື່ອນໄຫວຂອງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ທີ່ໄດ້ສຸມທຸກຄວາມສາມາດໃນການສ້າງສາລະຄະດີມູນເຊື້ອດັ່ງກ່າວ ເຊິ່ງຈະເປັນມູນເຊື້ອໃຫ້ທຸກທ່ານທີ່ໄດ້ຊົມຮັບຮູ້ເຖິງການເຄື່ອນໄຫວຂອງ ວກປສ ນັບຕັ້ງແຕ່ມື້ເລີ່ມສ້າງຕັ້ງ ລວມທັງໂຄງການກໍ່ສ້າງຕຶກວິທະຍາຄານການເມືອງຫຼັງໃໝ່ ທີ່ຈະເປັນສະຖານທີ່ກໍ່ສ້າງນາຍຕຳຫຼວດໃຫ້ມີຄວາມຮູ້ທາງດ້ານທິດສະດີສູງຂຶ້ນ.

ເຊິ່ງຄະນະຮັບຜິດຊອບສ້າງສາລະຄະດີ ຈົ່ງນຳເອົາຄຳຄິດເຫັນຂອງແຕ່ລະສະຫາຍທີ່ໄດ້ປະກອບໃສ່ ໄປປັບປຸງສາລະຄະດີໃຫ້ມີຄວາມສົມບູນຍິ່ງຂຶ້ນ ເພື່ອກະກຽມອອກສາຍໃນພິທີມອບ-ຮັບໂຄງການກໍ່ສ້າງ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ໃຫ້ມີບັນຍາກາດເຕັມໄປດ້ວຍຄວາມໝາຍຄວາມສຳຄັນ.