ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ໄດ້ປະກາດກົງຈັກການຈັດຕັ້ງ ໃນວັນທີ 23 ສິງຫາ 2023, ໂດຍມີ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ, ບັນດາກົມ-ກອງທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 1601/ປກສ ລົງວັນທີ 16 ສິງຫາ 2023 ວ່າ ດ້ວຍ ການຍົກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ກົມໃຫຍ່ການເມືອງ ປກສ ເຊິ່ງໄດ້ຍົກຍ້າຍດັ່ງນີ້:

  • ພັອ ສົມພັນ ສີວົງໄຊ ຈາກກົມໂຄສະນາອົບຮົມ ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ
  • ພັອ ປອ ສຸກນິລັນດອນ ກຸນລະວົງ, ພັອ ປອ ສົມພັນ ສິວົງໄຊ, ພັອ ສີເພົ້າ ບຸນບາລິດ ແລະ ພັທ ຄຳແວ່ນ ສີຫາລາດ ເປັນຮອງຫົວໜ້າອຳນວຍການ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ເລກທີ 1603/ປກສ ວ່າດ້ວຍ ການໂອນນາຍ ແລະ ພົນຕຳຫຼວດ ຈາກບັນດາກົມໃຫຍ່, ກົມກອງ, ກອງບັນຊາການ ອ້ອມຂ້າງ ກະຊວງ ປກສ ແລະ ກອງບັນຊາການ ປກສ ແຂວງ ໃຫ້ແກ່ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ຈໍານວນ 196 ສະຫາຍ ພ້ອມທັງແຕ່ງຕັ້ງ ຫົວໜ້າ-ຮອງຫ້ອງ, ຄະນະ, ຫົວໜ້າ-ຮອງພະແນກ, ພາກວິຊາ ທີ່ຂຶ້ນກັບ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ

ນອກນີ້, ຍັງໄດ້ຮັບຮອງ ແລະ ອະນຸມັດນຳໃຊ້ ຫຼັກສູດລະດັບປະລິນຍາຕີ ທິດສະດີການເມືອງ-ການບັນຊາ ສາຂາເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສາຂາການເມືອງ ແລະ ສາຂາການບັນຊາ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ.

ໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ຍັງໄດ້ມີທິດຊີ້ນໍາໃຫ້ ຄະນະພັກ, ຄະນະອຳນວຍການ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ເປັນບູລິມະສິດສຳຄັນຕົ້ນຕໍ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ໃຫ້ເປັນປົກກະຕິຕໍ່ເນື່ອງ, ເພີ່ມທະວີການນຳພາ-ບັນຊາ ແບບລວມສູນປະຊາທິປະໄຕ, ປຶກສາຫາລືເປັນໝູ່ຄະນະ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍ ໃນຄະນະຢ່າງລະອຽດ.

ຄຽງຄູ່ກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ລົງເລິກ ແລະ ໃກ້ສິດຕິດແທດກັບ ການບັນຊາ-ຊີ້ນຳແກ້ໄຂວຽກງານໃຫ້ແທດເຖິງຕົວຈິງ ໃຫ້ມີຜົນສໍາເລັດຕົວຈິງ, ເອົາໃຈໃສ່ຄົ້ນຄວ້າປັບປຸງ, ສ້າງຕຳລາຫຼັກສູດ, ແຕ່ງບົດສອນໃຫ້ແທດເໝາະກັບສະພາບການໃໝ່; ພ້ອມທັງ, ປັບປຸງສ້າງບັນດາຂໍ້ກຳນົດ, ກົດລະບຽບ ແລະ ນິຕິກຳອື່ນໆ ໃຫ້ຫັດກຸມ, ມີລະບຽບແບບແຜນເປັນລະບົບຄົບຊຸດ ແລະ ໃຫ້ກາຍເປັນວິທະຍາຄານຕົວແບບ ຂອງກຳລັງປ້ອງກັນຄວາມສະຫງົບຢ່າງແທ້ຈິງ ເພື່ອໃຫ້ສົມກັບການເປັນ ແມ່ພິມຂອງຊາດ ກໍຄື ແມ່ພິມຂອງກຳລັງປ້ອງກັນຄວາມສະຫງົບ.

ພ້ອມທັງເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມຮູ້-ຄວາມສາມາດ, ສະຕິປັນຍາ, ການຄົ້ນຄວ້າວິທະຍາສາດຂອງພະນັກງານ, ຄູ-ອາຈານ ໃຫ້ເກີດປະໂຫຍດສູງສຸດ ໂດຍໄປຄຽງຄູ່ກັບ ການບຳລຸງ, ກໍ່ສ້າງຍົກລະດັບຄວາມຮູ້-ຄວາມສາມາດ, ວຸດທິການສຶກສາ ແລະ ນາມມະຍົດຄູ-ອາຈານ ໃຫ້ສູງຂຶ້ນເທື່ອລະກ້າວ.