ພິທີເປີດໂຕ ບໍລິສັດ ຣໍເຢີນມອກ-ລາວ ແລະ ບໍລິສັດ ຊີຊູຄອພ ໂດຍການຮ່ວມມືລະຫວ່າງນັກທຸລະກິດລາວ ແລະ ນັກທຸລະກິດເກົາຫຼີ ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງ ທ່ານ ແສງດາລາ ໄຊຍະພອນ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສະຫະກຳ ນະຄອນຫຼວງວຽງຈັນ ຮອງປະທານສະມາຄົມນັກທຸລະກິດໜຸ່ມ ນະຄອນຫຼວງວຽງຈັນ ອຳນວຍການ ບໍລິສັດ PPS ຈະເລີນດີການຄ້າ ຈຳກັດ, Mr. Giwon suh (ຈີວອນ ຊູ) ອຳນວຍການ ບໍລິສັດ ຣໍເຢີນມອກ-ລາວ, Mr. Giwon pil Bok ອຳນວຍການ ບໍລິສັດ ຊີຊູຄອພ, ມີແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

+ ທ່ານ ແສງດາລາ ໄຊຍະພອນ ກ່າວວ່າ:

ມື້ນີ້ເປັນນິມິດໝາຍອັນດີທີ່ໄດ້ມີການຮ່ວມມືກັບນັກທຸລະກິດເກົາຫຼີ, ຈຸດປະສົງຂອງການເປີດບໍລິສັດນີ້ ແມ່ນເປັນການຮ່ວມມືເຮັດການທ່ອງທ່ຽວ ກໍຄື ເຮົາຈະໄດ້ດຶງນັກທ່ອງທ່ຽວຂອງເກົາຫຼີ ເຂົ້າມາປະເທດລາວ ເນື່ອງຈາກວ່າປະເທດລາວຂອງເຮົາແຕ່ເໜືອຮອດໃຕ້ມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ອຸດົມສົມບູນ ເພື່ອເປັນການພັດທະນະ ແລະ ສົ່ງເສີມການທ່ອງທ່ຽວ, ເປັນການຮ່ວມທຶນກັນເຮັດສິນຄ້ານຳເຂົ້າຈາກເກົາຫຼີ ແລະ ສົ່ງອອກຈາກເກົາຫຼີ, ເຮົາຈະມີສິນຄ້າໂອດ໊ອບຂອງລາວເຮົາ ຈຶ່ງສົ່ງເສີມກັນໃນຈຸດນີ້ໄດ້ ໂດຍສະເພາະເສດຖະກິດຂະໜາດນ້ອຍ ສົ່ງໄປຂາຍຢູ່ເກົາຫຼີ, ຢູ່ເກົາຫຼີມີບໍລິສັດໃຫຍ່ທີ່ສາມາດຮອງຮັບສິນຄ້າລາວເຮົາໄດ້ ແລະ ເຮົາກໍຈະເປັນໂຕແທນບາງສິນຄ້າທີ່ເປັນຂອງເກົາຫຼີ ເຊັ່ນ: ສິນຄ້າແຫ້ງຂອງເກົາຫຼີທີ່ມີຍອດຂາຍເປັນອັນດັບໜຶ່ງຢູ່ເກົາຫຼີ ຈະເອົາມາເປັນຕົວແທນໃນປະເທດລາວແຕ່ພຽງຜູ້ດຽວ. ນອກນັ້ນ, ຍັງຈະເປັນຕົວແທນຂາຍລົດເຮືອນ ແບບທີ່ວ່າໃຜທີ່ມີລົດກະບະແລ້ວເອົາເຮືອນໄປໃສ່ກະບະເປັນບ່ອນນອນໄດ້ ທີ່ເຮົາກຳລັງຕໍ່ຍອດກັນ.

ບໍລິສັດ ຊີຊູຄອພ ແມ່ນບໍລິສັດໜຶ່ງທີ່ຈະນຳແຄັມປິ້ງປະເພດລົດກະບະທີ່ສາມາດເປັນໄດ້ທັງລົດ ແລະ ເປັນໄດ້ທັງເຮືອນນອນໄປພ້ອມກັນ ເພື່ອເປັນການດຶງດູດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ຈະເນັ້ນກ່ຽວກັບການນຳຜະລິດຕະພັນສິນຄ້າເກົາຫຼີ ເຂົ້າມາເປັນຕົວແທນຈຳໜ່າຍຢູ່ລາວ ແລະ ກໍຈະເປັນຕົວແທນແຄັມປິ້ງລົດ ແລະ ໃນທີ່ສຸດ ພາບລວມແລ້ວແມ່ນເພື່ອເປັນການສົ່ງເສີມໃຫ້ຄົນລາວ ມີວຽກເຮັດງານທຳຫຼາຍຂຶ້ນ ຖ້າມີການສອດຄ່ອງການປະສົມປະສານຮ່ວມມືກັນກັບບໍລິສັດເກົາຫຼີ, ບໍລິສັດ ຣໍເຢີນ ເນັ້ນກ່ຽວກັບສິນຄ້າໄມ້ເກດສະໜາຜະລິດຕະພັນໄມ້ເກດສະໜາທີ່ສົ່ງອອກ, ນໍ້າມັນເກດສະໜາ, ທູບທີ່ເຮັດຈາກໄມ້ເກດສະໜາທີ່ຈະສົ່ງອອກໄປຈຳໜ່າຍຢູ່ປະເທດເກົາຫຼີ.