ໃນວັນທີ 21 ທັນວາ 2023, ຄະນະຜູ້ແທນ ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ນໍາໂດຍ ທ່ານ ພົນຈັດຕະວາ ຫງວຽນ ວັນ ຈຸງ ຫົວໜ້າກົມຕຳຫຼວດຈະລາຈອນ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ເພື່ອລາຍງານຜົນສໍາເລັດການແລກປ່ຽນບົດຮຽນວຽກງານວິຊາສະເພາະ ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ.

ໃນພິທີ, ທ່ານ ພົນຈັດຕະວາ ຫງວຽນ ວັນ ຈຸງ ໄດ້ລາຍງານໃຫ້ ທ່ານຮອງລັດຖະມົນຕີ ກະຊວງ ປກສ ລາວ ຮັບຊາບກ່ຽວກັບຜົນສໍາເລັດໃນການປຶກສາຫາລືແລກປ່ຽນບົດຮຽນວຽກງານວິຊາສະເພາະ ຮ່ວມກັບ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ທັງສອງກົມຕໍາຫຼວດຈະລາຈອນ ຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນແລະກັນ ເປັນຕົ້ນແມ່ນ: ດ້ານການຈັດຕັ້ງຝຶກອົບຮົມວຽກງານວິຊາສະເພາະ, ການສ້າງກົນໄກປະສານງານລະຫວ່າງ ຕຳຫຼວດຈະລາຈອນ ຫວຽດນາມ ແລະ ລາວ ສໍາລັບແຂວງທີ່ມີຊາຍແດນຕິດຈອດ ແລະ ວຽກງານສໍາຄັນອື່ນໆ.

ໂອກາດດັ່ງກ່າວ, ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ກ່າວຕ້ອນຮັບ ທ່ານຫົວໜ້າກົມຕຳຫຼວດຈະລາຈອນ ຫວຽດນາມ ພ້ອມຄະນະ ແລະ ສະແດງຄວາມຊົມເຊີຍທີ່ ກົມຕໍາຫຼວດຈະລາຈອນ ຫວຽດນາມ ແລະ ລາວ ໄດ້ແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມກັນ ແລະ ຫວັງຢ່າງຍິ່ງວ່າບັນຫາທັງສອງຝ່າຍໄດ້ຫາລືກັນ ຈະເປັນປະໂຫຍດທີ່ດີໃຫ້ການປະຕິບັດວຽກງານວິຊາສະເພາະຂອງ ກົມຕໍາຫຼວດຈະລາຈອນຂອງທັງສອງປະເທດ ແລະ ຫວັງວ່າ ກົມຕໍາຫຼວດຈະລາຈອນ ແຫ່ງ ສສ ຫວຽດນາມ ຈະສືບຕໍ່ຈັດຕັ້ງປະຕິບັດຕາມຂໍ້ຕົກລົງຮ່ວມມື ວຽກງານຕໍາຫຼວດຂອງສອງກະຊວງ ເວົ້າລວມ, ເວົ້າສະເພາະ ກໍຄື ຂໍ້ຕົກລົງລະຫວ່າງ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງທັງສອງກົມ ມີຜົນສໍາເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.