ໃນວັນທີ 27 ທັນວາ 2023, ອົງຄະນະພັກສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 11 ສະໄໝທີ IV, ໂດຍການເປັນປະທານຂອງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານ ສປສສ, ມີຄະນະປະຈຳພັກ, ກົມ-ຮອງກົມ, ໜ່ວຍພັກ, ແຂກຮັບເຊີນ ແລະ ສະມາຊິກພັກ ເຂົ້າຮ່ວມ.

+ ສະຫາຍ ນາງ ວຽງທອງ ສີພັນດອນ ກ່າວວ່າ:

ການຈັດກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເຊິ່ງຈະໄດ້ພ້ອມກັນຮັບຟັງ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ບັນດາເນື້ອໃນເອກະສານສໍາຄັນ ຄື:

  • ສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ໃນ 1 ປີ ຜ່ານມາ ແລະ ທິດທາງແຜນການ ປະຈຳປີ 2024;
  • ພິຈາລະນາຮັບຮອງແຜນດຳເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ IV ປະຈຳປີ 2024;
  • ລາຍງານການປະເມີນຄືນແຜນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງບັນດາໜ່ວຍພັກທີ່ຂຶ້ນກັບ ອົງຄະນະພັກ ສານປະຊາຊົນສູງສຸດ;
  • ຕີລາຄາວຽກງານແນວຄິດ, ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສານປະຊາຊົນ;
  • ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ;
  • ນຳສະເໜີແຜນປະເມີນຄືນການກຳ ນົດພະນັກງານ-ນຳພາຄຸ້ມຄອງຂອງສານປະຊາຊົນໃນຂອບເຂດທົ່ວປະເທດ;
  • ຕີລາຄາຄືນວຽກງານຂໍ້ມູນຂ່າວສານ ແລະການສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບກົດໝາຍ ແລະ ການດຳເນີນຄະດີຂອງສານ;
  • ຕີລາຄາການຄົ້ນຄວ້າຄະດີແບບໃໝ່, ການປະຊຸມສານຢ່າງເປັນລະບົບ;
  • ສະຫຼຸບ-ຕີລາຄາວຽກງານສະຫະພັນກຳມະບານ ແລະ ສະຫຼຸບ-ຕີລາຄາວຽກງານຊາວໜຸ່ມ.

ສະນັ້ນ, ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມທຸກສະຫາຍ ຈົ່ງພ້ອມກັນປະກອບຄວາມຄິດ-ຄວາມເຫັນ, ແລກປ່ຽນ ແລະ ຖອດຖອນບົດຮຽນຈາກຂໍ້ຄົງຄ້າງ ເພື່ອນຳໄປເປັນທິດທາງປັບປຸງໃນຕໍ່ໜ້າໃຫ້ວຽກງານຂອງສານມີຄວາມທັນສະໄໝ ແລະ ຮັບປະກັນໄດ້ຄວາມຖືກຕ້ອງສອດຄອງຕາມລະບຽບກົດໝາຍ.