ກອງປະຊຸມສ່ອງແສງວຽກງານຕິດຕາມ, ກວດກາພັກ ຂອງຄະນະກວດກາພັກ ກະຊວງ ປກສ ປະຈໍາໄຕມາດ IV ປີ 2023 ແລະ ທິດທາງແຜນການ ປະຈໍາໄຕມາດ I ປີ 2024 ຈັດຂຶ້ນໃນວັນທີ 28 ທັນວາ 2023, ເປັນປະທານໂດຍ ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະປະຈໍາພັກກະຊວງ ເລຂາຄະນະພັກ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະກວດກາພັກກະຊວງ, ປະທານກວດກາ ແລະ ຄະນະກວດກາພັກກົມກອງ ອ້ອມຂ້າງ ກະຊວງ ເຂົ້າຮ່ວມ.

ໃນກອງປະຊຸມ, ຕາງໜ້າຄະນະພັກແຕ່ລະກົມກອງ ອ້ອມຂ້າງ ກະຊວງ ປກສ ໄດ້ລາຍງານການເຄື່ອນໄຫວວຽກງານກວດກາພັກ ປະຈໍາໄຕມາດ IV ປີ 2023 ແລະ ທິດທາງແຜນການ ປະຈໍາໄຕມາດ I ປີ 2024 ເປັນຕົ້ນແມ່ນດ້ານດີຜົນງານທີ່ເຮັດໄດ້ ເຊັ່ນ: ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ການນໍາພາປັບປຸງກົງຈັກການຈັດຕັ້ງ, ວຽກງານຕິດຕາມຂອງພັກ, ວຽກງານກວດກາຂອງພັກ, ການນໍາພາວຽກງານວິຊາສະເພາະ ຕາມພາລະບົດບາດ.

ພ້ອມນີ້, ຍັງໄດ້ສັງເກດຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງແກ້ໄຂ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີຜົນສໍາເລັດ ແລະ ເກັບກໍາສະຖິຕິວຽກງານກວດກາພັກ ອ້ອມຂ້າງ ກະຊວງ ປກສ ແລ້ວສະຫຼຸບລາຍງານໃຫ້ ຄະນະກວດກາສູນກາງພັກ.

ໂອກາດນີ້, ສະຫາຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍເນັ້ນໃຫ້ສືບຕໍ່ຕິດຕາມ, ກວດກາຄະນະພັກແຕ່ລະຂັ້ນ ໃນການນໍາເອົາແນວທາງນະໂຍບາຍຂອງພັກ, ກົດລະບຽບພັກ, ກົດໝາຍລັດ, ລະບຽບຂອງກຳລັງ ປກສ ແລະ ຂໍ້ຫ້າມຂອງກຳລັງ ປກສ ເປັນແນວທາງສຶກສາອົບຮົມພະນັກງານ, ສະມາຊິກພັກ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ແນວຄິດຂອງພະນັກງານສະມາຊິກພັກມີຄວາມສະຫງົບ, ອຸ່ນອຽນທຸ່ນທ່ຽງຕໍ່ການນໍາພາ-ຊີ້ນໍາຂອງພັກ ໃນໄລຍະທີ່ປະເທດຊາດພົບຄວາມຫຍຸ້ງຍາກໃນຫຼາຍດ້ານ.

ສືບຕໍ່ຕິດຕາມ, ກວດກາຜົນສຳເລັດບັ້ນດໍາເນີນຊີວິດການເມືອງຂອງແຕ່ລະຄະນະພັກ ມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງບໍ່ທັນສອດຂອງ ກໍຕ້ອງໄດ້ພ້ອມກັນແກ້ໄຂໃຫ້ຂາດຕົວ ໂດຍສະເພາະແມ່ນພິສູດໃຫ້ເຫັນບັນຫາຫາງສຽງຕໍ່ການຈັດຕັ້ງ ແລະ ບຸກຄົນຢູ່ໃນແຕ່ລະຮາກຖານພັກ, ສືບຕໍ່ສຸມໃສ່ຕິດຕາມ, ກວດກາການຈັດຕັ້ງພັກ-ລັດແຕ່ລະຂັ້ນ ຖ້າເຫັນບັນຫາໃດບໍ່ທັນຖືກຕ້ອງຕາມລະບຽບຫຼັກການ ກໍຕ້ອງໄດ້ມີການປັບປຸງໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນຂຶ້ນເລື້ອຍໆ.