Six people have reportedly died as a tornado swept through a city in northeast China’s Liaoning province.
Six people have reportedly died as a tornado swept through a city in northeast China’s Liaoning province.

ໃນວັນທີ 4 ກໍລະກົດ, ສຳນັກຂ່າວ ຣອຍເຕີ ແລະ ສະເຕຣດທາມ ລາຍງານສະຖານະການ ສະພາບອາກາດປັ່ນປ່ວນ ໃນເມືອງໄຄຢວນ ທາງທິດຕາເວັນອອກສຽງເໜືອຂອງຈີນ ຫຼັງຈາກປະເຊີນກັບ ພາຍຸທໍນາໂດ ທີ່ມີຄວາມໄວລົມຫຼາຍກວ່າ 80 ກິໂລແມັດຕໍ່ຊົ່ວໂມງ ເຄື່ອນທີ່ພັດຖະຫຼົ່ມ ເຂດພັດທະນາເສດຖະກິດ ໃຈກາງເມືອງ ໃນເວລາ 17:15 ໂມງ ຂອງວັນທີ 3 ກໍລະກົດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ອິດທິພົນຂອງພາຍຸ ກໍ່ໃຫ້ເກີດຝົນຕົກໜັກ ແລະ ລົມພັດຮຸນແຮງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ, ປະມານ 190 ຄົນ ໄດ້ຮັບບາດເຈັບ, ອາຄານບ້ານເຮືອນ ປະມານ 3.600 ຫຼັງ ເປ່ເພເສຍຫາຍ ແລະ ປະຊາຊົນເກືອບ 10.000 ຄົນ ໄດ້ຮັບຜົນກະທົບ.

ສຳນັກງານອຸຕຸນິຍົມວິທະຍາ ແຫ່ງຊາດ ລະບຸວ່າ:

ພາຍຸທໍນາໂດ ເກີດຂຶ້ນໜ້ອຍຫຼາຍໃນປະເທດຈີນ ແຕ່ເລີ່ມມີທໍນາໂດເພີ່ມຫຼາຍຂຶ້ນ ໃນໄລຍະບໍ່ເທົ່າໃດປີ ທີ່ຜ່ານມາ; ຫຼ້າສຸດ, ມີທໍນາໂດພັດຜ່ານ ເຂດຢູ່ເສິງ ມົນທົນເຫີໜານ ຂ້າຊີວິດຜູ້ຄົນ 2 ຄົນ, ບາດເຈັບ 20 ຄົນ ໃນເດືອນມີນາ ທີ່ຜ່ານມາ.

ອີກດ້ານໜຶ່ງ ກໍເປັນເພາະວິກິດສະພາບອາກາດປ່ຽນແປງ ເຊິ່ງກໍ່ໃຫ້ເກີດອາກາດປັ່ນປ່ວນທີ່ຮຸນແຮງຂຶ້ນ ພ້ອມທັງມີນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ອຸນຫະພູມທີ່ສູງຂຶ້ນ ຈົນຜິດປົກກະຕິໃນຫຼາຍພາກພື້ນ; ເບື້ອງຕົ້ນ ພົບວ່າ: ມີສະຖານີວັດອາກາດຫຼາຍເຖິງ 40 ແຫ່ງ ທີ່ວັດລະດັບນໍ້າຝົນໄດ້ຫຼາຍເປັນປະຫວັດສາດ.

An industrial zone in the Teiexi district of Kaiyuan was the most severely hit; the tornado reportedly reaching speeds of 80 kilometres per hour.
An industrial zone in the Teiexi district of Kaiyuan was the most severely hit; the tornado reportedly reaching speeds of 80 kilometres per hour.

ໃນມື້ດຽວກັນ, ທາງການທ້ອງຖິ່ນ ມົນທົນເຫີເປີ່ຍ ທາງພາກເໜືອ ປະກາດເຕືອນໄພ ສະພາບອາກາດຮ້ອນອົບເອົ້າ ລະດັບສູງສຸດສີແດງ ຫຼັງຈາກເມືອງສຳຄັນຫຼາຍແຫ່ງ ຄວບຄຸມເຖິງ ນະຄອນສືເຈຍຈວງ ເມືອງເປົ່າຕິ້ງ ແລະ ຮານດັງ ມີອຸນຫະພູມສູງເກີນ 40 ອົງສາເຊ; ຂະນະທີ່ ປະລິມານນໍ້າຝົນ ກັບຫຼຸດລົງຕໍ່ເນື່ອງ ໂດຍໃນໄລຍະໄຕມາດທີ 2 ຂອງປີນີ້ ມົນທົນເຫີເປີ່ຍ ມີນໍ້າຝົນຫຼຸດລົງເຖິງ 23,9%.