Ash rises into the sky after a volcano eruption on the small Mediterranean island of Stromboli, Italy.
Ash rises into the sky after a volcano eruption on the small Mediterranean island of Stromboli, Italy.

ໃນວັນທີ 4 ກໍລະກົດ, ສຳນັກຂ່າວ ເດລີເມວ ລາຍງານວ່າ: ສະຖາບັນ ທໍລະນີ ຟີຊິກ ແລະ ພູໄຟ ແຫ່ງຊາດຂອງ ອີຕາລີ ຖະແຫຼງການວ່າ ໃນເວລາ 16:51 ໂມງ ຂອງວັນທີ 3 ກໍລະກົດ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດພູໄຟ ເທິງເກາະສະຕຣອມໂບລີ ໃນທະເລເມດີແຕເຣນຽນ ນອກຝັ່ງທາງພາກເໜືອຂອງ ຊິຊີລີ ເກີດລະເບີດຂຶ້ນ ແລ້ວພົ່ນແມກມາ ແລະ ເຖົ້າຖ່ານຈຳນວນຫຼາຍ ອອກມາ.

ເຫດພູໄຟລະເບີດດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 1 ຄົນ, ເບື້ອງຕົ້ນ ຮູ້ວ່າ: ເປັນນັກທ່ອງທ່ຽວ ຖືກຫີນພູໄຟທີ່ລະເບີດ ຕົກໃສ່ຂະນະກຳລັງຍ່າງປ່າ, ສ່ວນນັກທ່ອງທ່ຽວອີກຄົນ ບາດເຈັບ ແລະ ໄດ້ຮັບການຊ່ວຍເຫຼືອແລ້ວ.

ທາງດ້ານ ສຳນັກຂ່າວ ອັນຊາ ຂອງອີຕາລີ ລະບຸວ່າ:

ມີນັກທ່ອງທ່ຽວ ປະມານ 30 ຄົນ ເທິງເກາະສະຕຣອມໂບລີ ພາກັນໂດດລົງທະເລ ເພື່ອໜີເຖົ້າຖ່ານທີ່ປ່ອຍອອກມາ ຢ່າງຮຸນແຮງ. ນອກຈາກນີ້, ມີນັກທ່ອງທ່ຽວ ເຊິ່ງຢູ່ຫ່າງຈາກພູໄຟ ປະມານ 27 ກິໂລແມັດ ໃຫ້ສຳພາດວ່າ ໄດ້ຍິນສຽງລະເບີດ ດັງແຮງຫຼາຍ, ສົ່ງຜົນໃຫ້ຫຼາຍຄົນຢ້ານກົວ ກ່ອນທີ່ຈະຮູ້ພາຍຫຼັງວ່າ ເປັນພູໄຟລະເບີດ.

The Stromboli volcano on the island of the same name, off the coast of Sicily, erupted on Wednesday. One witness described on Twitter as ‘sudden and violent’, adding that tourists were diving into the sea to avoid lava.