ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມເຊື່ອມຊຶມບັນດາເອກະສານສຶກສາອົບ ຮົມການເມືອງ-ແນວຄິດ ເພື່ອກະກຽມກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ, ໃນວັນທີ 3 ກໍລະກົດ 2019 ແນໃສ່ເຮັດໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການຮັບຮູ້ຢ່າງທົ່ວເຖິງ ແລ້ວນຳໄປໝູນໃຊ້ເຂົ້າໃນການກະກຽມດຳເນີນກອງປະຊຸມໃຫຍ່ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ; ເຜີຍແຜ່ເອກະສານໂດຍ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ແລະ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ.

ບັນດາເອກະສານທີ່ນຳມາເຜີຍແຜ່-ເຊື່ອມຊຶມຄັ້ງນີ້ມີ: ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັກ; ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ; ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.

ພົຈວ ບຸບຜາ ສີພົມມາ ໄດ້ເຜີຍແຜ່ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີພາຍໃນພັກໃຫ້ຮູ້ວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນພັກຂອງຊົນຊັ້ນກຳມະກອນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວທີ່ຮັກຊາດ ແລະ ຂອງຊາດລາວທັງໝົດ; ພັກມີມູນເຊື້ອຄວາມຈົງຮັກພັກດີ ແລະ ຢຶດໝັ້ນທິດສະດີມາກ-ເລນິນ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ບໍ່ຄຳພີຕາຍຕົວແຕ່ຫາກມີຄວາມເປັນເຈົ້າການປະ ດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນຕ່າງໆເຂົ້າໃນເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ, ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະແນວທາງໃຫ້ສອດຄ່ອງ; ຄວາມສາມັກຄີເປັນເອກະພາບພາຍໃນພັກແມ່ນເນື້ອໃນຕົ້ນຕໍອັນໜຶ່ງໃນການສ້າງພັກໃຫ້ມີຄວາມໜັກແໜ້ນທາງດ້ານການຈັດຕັ້ງ, ແມ່ນມູນເຊື້ອອັນດີງາມ ແລະ ບົດຮຽນອັນປະເສີດຂອງພັກເຮົາ ທັງເປັນແຫຼ່ງໃຫ້ແກ່ຄວາມສາມັກຄີທົ່ວປວງຊົນລາວທັງຊາດໃຫ້ແໜ້ນແຟ້ນ. ພ້ອມທັງ ເປັນປັດໄຈສຳຄັນຄໍ້າປະກັນການຄົງຕົວ ແລະ ຂະຫຍາຍຕົວຂອງພັກເຮົາ.

ພັທ ຈັນຫອມ ແກ້ວສຸລະໄຊ ເຜີຍແຜ່ໃຫ້ຮູ້ກ່ຽວກັບເອກະສານຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກວ່າ: ການຍົກສູງດັ່ງກ່າວແມ່ນບັນຫາພື້ນຖານທີ່ສຳຄັນຕໍ່ການນຳພາຂອງພັກເຮົາໃນໄລຍະໃໝ່, ຖ້າພັກຍັງຢາກກຳອຳນາດໄດ້ຢ່າງຍາວນານ, ພັກຕ້ອງເພີ່ມທະວີບົດບາດການນຳພາ, ປັບປຸງ ແລະ ປົວແປງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ສະເໝີ ເພື່ອສາມາດຮັບປະກັນບົດບາດເປັນກອງນຳໜ້າຂອງຊົນຊັ້ນ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ປວງຊົນ ລາວທັງຊາດຢ່າງແທ້ຈິງ.

ພ້ອມນີ້, ພັທ ຈັນສະຫອມ ແກ້ວສຸລະໄຊ ຍັງໃຫ້ຮູ້ເຖິງວິທີການຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເຊິ່ງມີບາງເນື້ອໃນວ່າ: ພະນັກງານ-ສະມາຊິກພັກຕ້ອງເອົາໃຈໃສ່ອອກແຮງຄົ້ນຄວ້າຮໍ່າຮຽນລັດທິມາກ-ເລນິນເປັນປະຈຳ, ຄົ້ນຄວ້າ ເຊື່ອມຊຶມ ແລະ ກຳແໜ້ນແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮໍ່າຮຽນຍົກລະດັບຄວາມາຮູ້ດ້ານຕ່າງໆໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.