ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມສ່ອງແສງ ວຽກງານຮອບດ້ານ ເຂດ 7 ປະຈຳ ໄຕມາດ II ປີ 2019
ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມສ່ອງແສງ ວຽກງານຮອບດ້ານ ເຂດ 7 ປະຈຳ ໄຕມາດ II ປີ 2019

ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມສ່ອງແສງ ວຽກງານຮອບດ້ານ ເຂດ 7 ປະຈຳ ໄຕມາດ II ປີ 2019 ຂຶ້ນ ໃນວັນທີ 3 ກໍລະກົດ 2019, ເປັນປະທານໂດຍ ພົຕ ອ່ອນສີ ແສນສຸກ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການ ທະຫານ ນະຄອນຫຼວງວຽງຈັນ ພ້ອມຄະນະ, ມີ ພາກສ່ວນເຂົ້າຮ່ວມມາຈາກ ວິທະຍາຄານ ປ້ອງກັນຊາດ ໄກສອນພົມວິຫານ, ວິທະຍາຄານ ການເພດ, ຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ກົມ 213, ກອງພັນໃຫຍ່ 11, ກອງພັນໃຫ່ຍ 703, ໄອຍະການທະຫານພາກກາງ, ສານທະຫານພາກກາງ, ໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍ ນັກວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

+ ພົຕ ອ່ອນສີ ແສນສຸກ ໄດ້ກ່າວມີຄໍາເຫັນ ແລະ ຊີ້ນຳຕໍ່ ກອງປະຊຸມ

ເຊິ່ງທ່ານຮຽກຮ້ອງໃຫ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເອົາໃຈໃສ່ຊອກຫາທາງດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນປຶກສາຫາລື, ຄົ້ນຄວ້າ, ປັບປຸງ, ແກ້ໄຂ ແລະ ນຳສະເໜີ ຂັ້ນເທິງ ນຳມາຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີຂຶ້ນ ໂດຍໃຫ້ຕິດພັນກັບ 4 ໜ້າທີ່ໃຫຍ່, 26 ແຜນງານ ທີ່ ກະຊວງປ້ອງກັນປະເທດ ວາງອອກ ແນໃສ່ເຮັດໃຫ້ເນື້ອຂອງປະຊຸມ ໄດ້ຮັບຜົນສູງ.

ໂອກາດດຽວກັນ, ຜູ້ແທນ ໃນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ ກ່ຽວກັບ ວຽກງານຮອບດ້ານ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຂອງແຕ່ລະກົມກອງ; ເປັນຕົ້ນແມ່ນ ແຕ່ລະກົມກອງ ໄດ້ພ້ອມກັນຖືເອົາວຽກງານການສຶກສາອົບຮົມ ການເມືອງ – ແນວຄິດ ພາຍໃນກົມກອງ ໂດຍນຳເອົາບັນດາເອກະສານມູນເຊື້ອຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ລົງເຜີຍແຜ່ໃຫ້ ບັນດາພະນັກງານ – ນັກຮົບ ພາຍໃນກົມກອງຂອງ  ຕົນ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນ ຢ່າງເລິກເຊິ່ງ; ພ້ອມກັນນັ້ນ, ຍັງໄດ້ຫັນເອົາກຳລັງຂອງຕົນ ລົງກໍ່ສ້າງຮາກຖານການເມືອງ ຢູ່ໃນຂອບເຂດຮັບຜິດຊອບ ຢ່າງເປັນປົກກະຕິ ເພື່ອຕິດຕາມກວດກາສະພາບ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນ ໃຫ້ມີຄວາມສະຫງົບປອດໄພ; ບໍ່ພຽງເທົ່ານັ້ນ, ຍັງໄດ້ເອົາໃຈໃສ່ ໃນການອົບຮົມ – ຫັດແອບ ປະຈຳປີ ທາງດ້ານ ສິລະປະຍຸດ – ຍຸດທະວິທີ ເພື່ອສ້າງຄວາມຊຳນິຊຳນານໃຫ້ແກ່ ພະນັກງານ – ນັກຮົບຂອງຕົນ ເພື່ອຮັບປະກັນມີຄວາມຄ່ອງແຄ້ວ ໃນການປະຕິບັດໜ້າທີ່ ແລະ ສາມາດສູ້ຮົບໃນຢາມທີ່ມີປະກົດການເກີດຂຶ້ນ ໄດ້ທຸກເມື່ອ.

ນອກຈາກນີ້, ແຕ່ລະກົມກອງ ຍັງໄດ້ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບ ໂດຍສຸມໃສ່ ການປູກຝັງ, ການລ້ຽງສັດ ແລະ ການບໍລິການຕ່າງໆ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ – ນັກຮົບ ໃຫ້ນັບມື້ດີຂຶ້ນ ເທື່ອລະກ້າວ.