ກອງບັນຊາການ ປກສ ເມືອງໄຊ ແຂວງອຸດົມໄຊ ຈັດກອງປະຊຸມສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການປະຈຳ 6 ເດືອນທ້າຍປີ 2019 ໃນອາທິດຜ່ານມານີ້, ເປັນປະທານໂດຍ ພັທ ຄຳແພງ ໂພທິດາ ຫົວໜ້າກອງບັນຊາການ ປກສ ເມືອງໄຊ, ເຂົ້າຮ່ວມມີ ທ່ານ ຄຳແພງ ຂັນມະນີ ເຈົ້າເມືອງໆໄຊ ປະທານ ປກຊ-ປກສ ເມືອງໄຊ, ມີຄະນະພັກ-ຄະນະບັນຊາ, ແຂກຮັບເຊີນ, ຫົວໜ້າພະແນກ, ຮອງພະແນກ, ປກສ ບໍລິ ການປະຊາຊົນ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ກອງປະຊຸມໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ສາມາດເກັບກຳເປົ້າໝາຍຄະດີອາຍາໄດ້ 526 ເປົ້າໝາຍ, ມ້າງຄະດີທັງໝົດ 67 ເລື່ອງ, ຜູ້ຖືກຫາ 41 ຄົນ ຍິງ 2 ຄົນ, ສົ່ງໃຫ້ໄອຍະການປະຊາຊົນເຂດ 1 ເລື່ອງ, ສົ່ງໃຫ້ ປກສ ແຂວງ 14 ເລື່ອງ ໂອນໃຫ້ດັດສ້າງ 14 ເລື່ອງ, ມີຜູ້ຖືກຫາ 35 ຄົນ, ພວມດຳເນີນ 12 ເລື່ອງ, ຜູ້ຖືກຫາ 12 ຄົນ. ເກັບກຳເປົ້າໝາຍຢາເສບຕິດໄດ້ 522 ຄົນ ຍິງ 73 ຄົນ.

ໃນນີ້, ເປົ້າໝາຍຄ້າ-ຂາຍລາຍໃຫຍ່ 170 ຄົນ, ລາຍຍ່ອຍ 178 ຄົນ, ເປົ້າໝາຍເສບຢາເສບຕິດ 174 ຄົນ ຍິງ 14 ຄົນ, ມ້າງຄະດີຢາເສບຕິດໄດ້ 55 ເລື່ອງ, ກັກຜູ້ຖືກຫາ 76 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 359 ເມັດ, ເຮໂຣອິນ 9 ກ້ອນ ແລະ 1 ຫຼອດນ້ອຍ; ໃນນັ້ນ, ໄດ້ແກ້ໄຂຂັ້ນເຈົ້າໜ້າທີ່ 19 ເລື່ອງ, ສຶກສາອົບຮົມປ່ອຍຕົວ 25 ຄົນ, ສົ່ງໃຫ້ ປກສ ແຂວງດຳ ເນີນ 22 ເລື່ອງ, ຜູ້ຖືກຫາ 22 ຄົນ; ເກັບກຳປະຫວັດຜູ້ຂັບຂີ່ ແລະ ປ້ອງກັນອຸບັດຕິເຫດຈຳນວນ 8 ຄັ້ງ, ຕັ້ງຈຸດກວດກາຍານພາຫະນະໄດ້ 22 ຄັ້ງ, ໄດ້ສຶກສາອົບຮົມຜູ້ຂັບຂີ່ 6 ຄັ້ງ, ລົງລະບາຍລົດກວດກາຍານພາຫະນະຮ່ວມກັບ ປກສ ແຂວງ 148 ຄັ້ງ; ປ່ຽນປຶ້ມສຳມະໂນຄົວ 474 ຫົວ, ມີພົນລະ ເມືອງ 2.903 ຄົນ ຍິງ 1.494 ຄົນ, ອອກປຶ້ມສຳມະໂນຄົວໃໝ່ 312 ຫົວ, ມີພົນລະເມືອງ 1.522 ຄົນ ຍິງ 773 ຄົນ; ຕິດຕາມ ແລະ ປ້ອງ ກັນເວນຍາມໄດ້ 3.563 ຄັ້ງ, ມີ 8.154 ແຮງງານ; ນຳພາ ປກສ ບໍລິການປະຊາຊົນ, ອໍານວຍຄວາມສະດວກໃຫ້ອໍານາດການປົກຄອງ ປກຊ-ປກສ ບ້ານ ຖາງສວນຝິ່ນຈຳນວນ 70 ຕອນ ເທົ່າກັບ 53,29 ເຮັກຕາ.

ທ່ານ ຄຳແພງ ຂັນມະນີ ໄດ້ເນັ້ນຕໍ່ນາຍ ແລະ ຕຳຫຼວດ ປກສ ເມືອງໄຊ ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ, ຄົ້ນຄວ້າເຊື່ອມຊຶມບັນດາລະບຽບ, ກົດໝາຍ, ມະຕິຄຳສັ່ງຢ່າງເລິກເຊິ່ງ, ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງ, ໃກ້ຊິດຕິດແທດກັບຮາກຖານພໍ່-ແມ່ປະຊາ ຊົນ, ກຳແໜ້ນທິດທາງ, ແນວທາງ ແລະ ມີແຜນການຢ່າງລະອຽດ, ປະຕິບັດຖືກຕ້ອງ, ເຂັ້ມງວດ ແລະ ເອົາໃຈໃສ່ໃນການແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງໃຫ້ຫຼຸດລົງ.