ມອບ – ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ປກສ ແຂວງອຸດົມໄຊ

0
2121

ພິທີມອບ – ຮັບໜ້າທີ່ ລະຫວ່າງ ຮັກສາການ ຜູ້ເກົ່າ ແລະ ຫົວໜ້າຫ້ອງການເມືອງ ( 501 ) ກອງບັນຊາການ ປກສ ແຂວງອຸດົມໄຊ ( ຜູ້ໃໝ່ ) ໄດ້ຈັດຂຶ້ນ ໃນອາທິດ ຜ່ານມາ, ເຂົ້າຮ່ວມໂດຍ ພັທ ສີວອນ ໄຊຍະວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ, ຄະນະຫ້ອງ, ຄະນະພະແນກ, ແຂກຮັບເຊີນ ຕະຫຼອດຮອດ ພະນັກງານ, ສະມາຊິກພັກ ພາຍໃນຫ້ອງ ເຂົ້າຮ່ວມ.

ພັທ ທອງພັນ ວິລະຈິດ ຮອງຫ້ອງການເມືອງ ປກສ ແຂວງອຸດົມໄຊ ໄດ້ຜ່ານບົດລາຍງານການເມືອງ ການເຄື່ອນໄຫວຊີ້ນຳບັນຊາຂອງ ຄະນະພັກ, ຄະນະຫ້ອງ; ເວົ້າສະເພາະແມ່ນ ການເຄື່ອນໄຫວວຽກງານພັກ – ວຽກງານການເມືອງ, ການກໍ່ສ້າງພັກ, ກໍ່ສ້າງພະນັກງານ ຕະຫຼອດໄລຍະ 5 ປີ ຜ່ານມາ ວ່າ:

ພັທ ສີວອນ ໄຊຍະວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ
ພັທ ສີວອນ ໄຊຍະວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ໜ່ວຍພັກ, ຄະນະພັກ ຫ້ອງການເມືອງ ຍາມໃດກໍຍົກສູງ ແລະ ຖືສຳຄັນຕໍ່ວຽກງານສຶກສາອົບຮົມ ການເມືອງ – ແນວຄິດ ໃຫ້ພະນັກງານ – ນັກຮົບ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ເຂັ້ມແຂງ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ ໃນເງື່ອນໄຂໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ ບັນດາເຜົ່າ, ປະຕິບັດທຸກມະຕິ, ຄຳສັ່ງ, ລະບຽບກົດໝາຍ, ມີວິໄນເຂັ້ມງວດ ແລະ ເຮັດສຳເລັດໜ້າທີ່ – ທີ່ໄດ້ຮັບມອບໝາຍ, ສາມາດຮັບປະກັນໄດ້ ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ສາມາດສະກັດກັ້ນ, ຕ້ານ ແລະ ແກ້ໄຂ ສະພາບປະກົດການຫຍໍ້ທໍ້ຕ່າງໆ ທັງພາຍໃນ – ພາຍນອກ ແລະ ຫາງສຽງຈາກສັງຄົມ ໄດ້ໂດຍພື້ນຖານ.

+ ທິດທາງແຜນການ 5 ປີ ຕໍ່ໜ້າ ແຕ່ປີ 2019-2023

ແມ່ນ ຈະສືບຕໍ່ເອົາໃຈໃສ່ ວຽກງານພັກ – ວຽກງານການເມືອງ, ການກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະ ວຽກງານອື່ນໆ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ທັນກັບສະພານການ ແລະ ມີຄວາມຮັບປະກັນຮອບດ້ານ ຕື່ມອີກ.

ທັ້ງນີ້, ໃນພິທີ ຍັງໄດ້ປະກອບ ຄຳຄິດຄຳເຫັນ ໃສ່ບົດລາຍງານການເມືອງ ທັງ 2 ພາກ ເພື່ອເປັນການເສີມຂະຫຍາຍ ຈຸດດີ, ແກ້ໄຂ ຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງວຽກງານ ຈຳນວນໜຶ່ງ.

ໃນວັນດຽວກັນ, ຢູ່ທີ່ສະໂມສອນປົກຄອງ ເມືອງງາ ກໍໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພັທ ບຸນແສງ ຜົງວິໄລ ຫົວໜ້າກອງບັນຊາການ ປກສ ເມືອງງາ ( ຜູ້ເກົ່າ ) ໄດ້ຮອດອາຍຸກະສຽນ ແລ້ວກະກຽມເຂົ້າຮັບບຳນານ ແລະ ພັທ ຄຳພຸດ ຕາວິລົມ ໄດ້ຮັບການຕົກລົງແຕ່ງຕັ້ງຂຶ້ນເປັນ ຫົວໜ້າກອງບັນການ ປກສ ເມືອງງາ ( ຜູ້ໃໝ່ ); ເຊິ່ງເຂົ້າຮ່ວມໃນພິທີມີ ທ່ານ ວຽງໄຊ ຄຳພະຈັນ ຮອງເລຂາພັກເມືອງ, ພັທ ສີວອນ ໄຊຍະວົງ ຄະນະປະຈຳພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ, ຫ້ອງ, ກອງບັນຊາການ ປກສ ເມືອງ, ແຂກຮັບເຊີນ, ອົງການຈັດຕັ້ງກ່ຽວຂ້ອງ ຕະຫຼອດຮອດ ນາຍ ແລະ ພົນຕຳຫຼວດເມືອງ ເຂົ້າຮ່ວມ.