ໃນວັນທີ 3 ກໍລະກົດ 2019, ໜ່ວຍສະເພາະກິດທະຫານແຂວງບໍ່ແກ້ວ ໄດ້ຕິດຕາມສະກັດກັກລົດຕູ້ ສະຕາແລັກ ທີ່ສົ່ງໃສ່ຂົນຢາເສບຕິດ ໃນຂະນະທີ່ຂັບຂີ່ມຸ່ງໜ້າໄປເມືອງຫ້ວຍຊາຍ. ພໍຕິດຕາມໄປຮອດເຂດບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ຈຶ່ງເຫັນລົດຄັນດັ່ງກ່າວຈອດຢູ່ໜ້າໂຮງຮຽນປະຖົມ ຈຶ່ງເຂົ້າກວດຄົ້ນພົບເຫັນຢາເສບຕິດ ປະ ເພດຢາໄອສ ຈໍານວນ 30 ເປົ່າ, ມີ 600 ຫໍ່, ມີນໍ້າໜັກ 600 ກິໂລກຼາມ ສ່ວນຜູ້ຂັບຂີ່ລົດຄັນດັ່ງກ່າວ ໄດ້ຫຼົບໜີ ກ່ອນເຈົ້າໜ້າທີ່ໄປຮອດ.

ພັຕ ລຸນພາຍ ຄໍາທະວົງ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າວ່າ: ຢາໄອ້ຈໍານວນດັ່ງກ່າວແມ່ນເຈົ້າໜ້າທີ່ທະຫານແຂວງບໍ່ແກ້ວ ກວດຢຶດໄດ້ ຈາກລົດຕູ້ສະຕາແລັກ ໝາຍເລກທະບຽນ 2917 ກໍາແພງນະຄອນ. ສ່ວນຜູ້ຂັບຂີ່ໄດ້ປະລົດແລ້ວເອົາຕົວຫຼົບໜີ. ຄະດີດັ່ງກ່າວ, ທາງພະແນກຕໍາຫຼວດສະກັດກັ້ດ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ພວມດໍາເນີນການສືບສວນ-ສອບສວນ ໂດຍປະສານກັບພາກສ່ວນທີ່ກ່ຽວຂ້ອງສືບຄົ້ນຊອກຫາເຈົ້າຂອງລົດຄັນດັ່ງກ່າວ ເພື່ອຕິດຕາມຈັບຕົວໄປສອບສວນຂະຫຍາຍຜົນຫາທີ່ມາຂອງຢາໄອສ໌ ຈໍານວນດັ່ງກ່າວ.

ພັຕ ລຸນພາຍ ຄໍາທະວົງໃຫ້ຕື່ມອີກວ່າ: ໃນເບື້້ອງຕົ້ນ, ໃນເວລາປະມານ 13 ໂມງຂອງວັນທີ 3 ກໍລະກົກ 2019 ໜ່ວຍສະເພາະກິດທະຫານແຂວງບໍ່ແກ້ວ ໄດ້ອອກກວດກາລາດຕະເວນຢູ່ເສັ້ນທາງລະຫວ່າງເມືອງຕົ້ນເຜິ້ງຫາເມືອງຫ້ວຍຊາຍ ໄດ້ພົບເຫັນລົດຕູ້ສະຕາແລັກ ຂັບຂີ່ມຸ່ງໜ້າມາແຕ່ເມືອງຕົ້ນເຜິ້ງ ດ້ວຍຄວາມໄວສູງສົມຄວນ. ເມື່ອຜູ້ຂັບຂີ່ລົດຕູ້ຄັນດັ່ງກ່າວ ເຫັນເຈົ້າໜ້າທີ່ ກໍຂັບຂີ່ດ້ວຍຄວາມໄວສູງຂຶ້ນອີກ.

ດັ່ງນັ້ນ, ເຈົ້າໜ້າທີ່ທະຫານຈຶ່ງໄລ່ຕິດຕາມ ພໍໄປຮອດບ້ານນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ເຫັນລົດຮຸນໃດຄັນດັ່ງກ່າວໄດ້ຈອດປະໄວ້ຢູ່ໜ້າໂຮງຮຽນປະຖົມສົມບູນບ້ານນໍ້າເກິ່ງໃໝ່ ຈຶ່ງເຂົ້າກວດກາພົບເຫັນຢາເສບຕິດປະເພດຢາໄອສ໌ ຈໍານວນ 30 ເປົ່າ, ມີ 600 ຫໍ່, ໜັກ 600 ກິໂລກຼາມ ແລ້ວນໍາລົດຄັນດັ່ງກ່າວໄປກອງບັນຊາການທະຫານແຂວງ, ກ່ອນສົ່ງໃຫເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ແຂວງບໍ່ແກ້ວ ດໍາເນີນການສືບສວນ-ສອບສວນ ຕິດຕາມຫາເຈົ້າຂອງລົດມາສອບສວນ.