ມົນລະພິດທາງອາກາດ ໃນນະຄອນຫຼວງຄາບູນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ນີ້ວ່າ: ຊາວນະຄອນຫຼວງຄາບູນ ຂອງ ອັບການິດສະຖານ ປະເຊີນກັບເຫດການຄວາມບໍ່ສະຫງົບມາເປັນເວລາດົນນານ ແລະ ກຳລັງປະເຊີນກັບບັນຫາອີກ ໃນໄລຍະລະດູໜາວນີ້ ໂດຍອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງເປັນເວລາຫຼາຍອາທິດແລ້ວ ໂດຍສາເຫດມາຈາກຫຼາຍຢ່າງປະກອບກັນ.

ບັນຫາອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງ

ອາກາດເຢັນໃນໄລຍະລະດູໜາວ ເຮັດໃຫ້ສານກໍ່ມົນລະພິດໃນອາກາດຈັບຕົວ ເພາະປະຊາຊົນເຜົາຖ່ານ, ໄມ້, ຢ່າງລົດຍົນ ແລະ ຂີ້ເຫຍື້ອ ເພື່ອແກ້ໜາວ. ນອກຈາກນີ້, ຍັງເປັນຜົນມາຈາກຈຳນວນປະຊາກອນເພີ່ມຂຶ້ນ, ລົດຍົນປ່ອຍຄວັນອອກ ແລະ ມີການໃຊ້ເຄື່ອງຈັກທີ່ໃຊ້ນ້ຳມັນກາຊວນຫຼາຍ, ມົນລະພິດຈະຂຶ້ນເຖິງລະດັບສູງໃນໄລຍະຕອນເຊົ້າ ແລະ ຕອນແລງທີ່ມີອຸນຫະພູມຕິດລົບ; ເຊິ່ງສານພິດເຫຼົ່ານີ້ ມີທັງສານຊັນເຟດ ແລະ ກາກບອນ ທີ່ພັດຢູ່ຕາມອາກາດຄ້າຍຄືກັບ ໝອກທຶບໜາ ເຮັດໃຫ້ການເບິ່ງເຫັນບໍ່ແຈ້ງ ແລະ ເປັນອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ.

ປະຊາຊົນແຈ້ງຄວາມວ່າ:

ສະພາບອາກາດຮ້າຍແຮງຂຶ້ນເລື້ອຍໆ ເຊັ່ນດຽວກັບແພດທີ່ຢູ່ໂຮງໝໍເດັກນ້ອຍ ໃນນະຄອນຫຼວງຄາບູນ ທີ່ເປີດເຜີຍວ່າ: ປີຜ່ານມາ, ມີຜູ້ປ່ວຍຕິດເຊື້ອລະບົບທາງເດີນຫາຍໃຈເຖິງ 30-40% ແຕ່ປີນີ້ເພີ່ມເປັນ 70-80%, ໂດຍເຊື່ອວ່າ ອາກາດໜາວ ແລະ ມົນລະພິດທາງອາກາດ ຄືສາເຫດຫຼັກ. ພ້ອມນັ້ນ, ບັນດາທ່ານໝໍ ກໍຍັງໄດ້ຮັບຜົນກະທົບຈາກມົນລະພິດດັ່ງກ່າວນຳ.

ສາເຫດຫຼັກໆເກີດມາຈາກ ການເຜົາຖ່ານ, ໄມ້, ຢ່າງລົດຍົນ ແລະ ຂີ້ເຫຍື້ອ

ອະດີດໂຄສົກສຳນັກງານຄຸ້ມຄອງສິ່ງແວດລ້ອມແຫ່ງຊາດ ກ່າວວ່າ:

ມົນລະພິດໃນໄລຍະລະດູໜາວປີນີ້ຮ້າຍແຮງທີ່ສຸດ ສົ່ງຜົນຕໍ່ການພັດທະນາການທາງຮ່າງກາຍ ແລະ ສະຕິປັນຍາຂອງເດັກນ້ອຍ, ເຮັດໃຫ້ແມ່ຍິງຖືພາສາມາດແທ້ງລູກໄດ້ ແລະ ອາດກໍ່ພະຍາດມະເຮັງໃນຫຼາຍຮູບແບບ;

ໂດຍເຄືອຂ່າຍສະພາບອາກາດ ຈັດໃຫ້ນະຄອນຫຼວງຄາບູນ ທີ່ມີປະຊາກອນ 5 ລ້ານຄົນ ຕິດອັນດັບເມືອງມົນລະພິດຫຼາຍທີ່ສຸດໃນໂລກ, ດັດຊະນີຄຸນນະພາບອາກາດສູງກວ່າ 300 ຈຸດ, ບາງຄືນສູງເຖິງ 600 ຈຸດ, ເຊິ່ງສູງກວ່າຫຼາຍເທົ່າຂອງ ອົງການອະນາໄມໂລກ ທີ່ແຈ້ງຢູ່ທີ່ 100 ຈຸດ ຖືວ່າບໍ່ດີຕໍ່ສຸຂະພາບແລ້ວ.

ມົນລະພິດທາງອາກາດ ເປັນຜົນກະທົບຕໍ່ທາງເດີນຫາຍໃຈ ຢ່າງຮ້າຍແຮງໄດ້ທັງໃນ ເດັກນ້ອຍ, ຜູ້ໃຫຍ່ ແລະ ຜູ້ສູງອາຍຸ

ປັດຈຸບັນ, ທາງການໄດ້ປ່ຽນມາໃຊ້ສື່ເປັນຊ່ອງທາງໃຫ້ຄວາມຮູ້ປະຊາຊົນ ເລື່ອງມົນລະພິດໃນອາກາດ ແລະ ລະດົມໃຫ້ປະຊາຊົນໃສ່ຜ້າປິດປາກ ເພື່ອປ້ອງກັນ.