ໜ້າຫຼັກ Tags ມົນລະພິດທາງອາກາດ

Tag: ມົນລະພິດທາງອາກາດ

ປາຣີ ຈະຫ້າມລົດຍົນດີເຊວຮຸ່ນເກົ່າ ແລ່ນຕາມຖະໜົນ ເປັນການຖາວອນ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 1 ກໍລະກົດ ທີ່ຜ່ານມາ ວ່າ: ຝຣັ່ງ ໄດ້ອອກຄຳສັ່ງຫ້າມລົດຍົນທີ່ປ່ອຍມົນລະພິດ ແລ່ນໃນນະຄອນຫຼວງປາຣີ ໃນໄລຍະເວລາກາງເວັນ ທ່າມກາງສະພາບອາກາດຮ້ອນຈັດ, ແຕ່ນັບຈາກວັນທີ 1 ກໍລະກົດ ຄຳສັ່ງດັ່ງກ່າວຈະໄດ້ຂະຫຍາຍລວມໄປເຖິງ ລົດຍົນ, ລົດບັນທຸກ ແລະ ລົດຈັກ ທີ່ໃຊ້ນໍ້າມັນດີເຊວ (ນໍ້າມັນກາຊວນ)...

ເຜີຍ ມົນລະພິດທາງອາກາດ ຂ້າຊີວິດເດັກໃນອິນເດຍ ປີລະ 100.000 ຄົນ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 7 ມິຖຸນາ ວ່າ: ມົນລະພິດທາງອາກາດ ທີ່ປົກຄຸມເມືອງຕ່າງໆ ທັງໃຫຍ່ ແລະ ນ້ອຍ ໃນອິນເດຍ ເຮັດໃຫ້ເດັກນ້ອຍໃນປະເທດທີ່ອາຍຸຕໍ່າກວ່າ 5 ປີ ເສຍຊີວິດຫຼາຍກວ່າ 100.000 ຄົນ.

ເຕືອນ ບັນຫາມົນລະພິດທາງອາກາດ ພ້ອມເຜີຍ 10 ເລື່ອງໜ້າຮູ້

ອົງການອະນາໄມໂລກ (WHO) ກ່າວເຕືອນເນື່ອງໃນ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ຜ່ານມາ ວ່າ: ບໍ່ມີໃຜໃນໂລກໃບນີ້ ລອດພົ້ນຈາກໄພຂອງມົນລະພິດທາງອາກາດ ເພາະວ່າ 9 ໃນ 10 ຄົນ ກຳລັງສູດເອົາອາກາດພິດເຂົ້າສູ່ປອດຢູ່ທຸກມື້ ເຮັດໃຫ້ມີຜູ້ເສຍຊີວິດ...

ສານຝຣັ່ງ ເລີ່ມສືບສວນ ຄະດີແມ່ລູກຟ້ອງທາງການ ເຮັດໃຫ້ບໍ່ສະບາຍ ເພາະມົນລະພິດທາງອາກາດ

ໃນວັນທີ 28 ພຶດສະພາ ທີ່ຜ່ານມາ, ສານປົກຄອງມົງເທຣ ທາງພາກຕາເວັນອອກຂອງ ນະຄອນຫຼວງປາຣີ ເປີດການສືບສວນຄະດີທີ່ ແມ່ລູກຄູ່ໜຶ່ງຮຽກຮ້ອງຄ່າເສຍຫາຍ 160.000 ເອີໂຣ ຈາກທາງການ ເນື່ອງຈາກບໍ່ດຳເນີນມາດຕະການທີ່ມີປະສິດທິພາບ ເລື່ອງມົນລະພິດທາງອາກາດ ໂດຍສະເພາະໃນໄລຍະທີ່ມົນລະພິດທາງອາກາດ ໃນນະຄອນຫຼວງປາຣີ ສູງຫຼາຍໃນເດືອນທັນວາ 2016 ເຊິ່ງເປັນໄລຍະທີ່ແມ່ລູດຄູ່ນີ້ອາໄສຢູ່ໃນເຂດແຊງອວນ ຊານເມືອງຂອງປາຣີ ແລະ ບໍ່ໄກຈາກຖະໜົນວົງແຫວນ...

ອາກາດໃນເມືອງຫຼວງ ຂອງ ອັບການິດສະຖານ ເປັນພິດຢ່າງຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ນີ້ວ່າ: ຊາວນະຄອນຫຼວງຄາບູນ ຂອງ ອັບການິດສະຖານ ປະເຊີນກັບເຫດການຄວາມບໍ່ສະຫງົບມາເປັນເວລາດົນນານ ແລະ ກຳລັງປະເຊີນກັບບັນຫາອີກ ໃນໄລຍະລະດູໜາວນີ້ ໂດຍອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງເປັນເວລາຫຼາຍອາທິດແລ້ວ ໂດຍສາເຫດມາຈາກຫຼາຍຢ່າງປະກອບກັນ. ບັນຫາອາກາດເປັນຄວັນພິດ ແຜ່ປົກຄຸມໄປທົ່ວເມືອງ

ໝໍອິນເດຍ ຊີ້ ວິກິດມົນລະພິດທາງອາກາດ ຕ້ອງແກ້ທີ່ຕົ້ນເຫດ

ໃນວັນທີ 5 ພະຈິກນີ້, ແພດໝໍໃນນະຄອນຫຼວງນິວເດລີ ຂອງອິນເດຍ ລະບຸວ່າ: ບັນຫາມົນລະພິດທາງອາກາດ ເຂົ້າຂັ້ນວິກິດແລ້ວ, ຜູ້ເຈັບເປັນທຸກຄົນລ້ວນແຕ່ມີຈຸດດຳຢູ່ທີ່ປອດ ທັ້ງໆທີ່ບໍ່ໄດ້ສູບຢາສູບ ແຕ່ເປັນເພາະຫາຍໃຈເອົາອາກາດພິດມາຕະຫຼອດຊີວິດ ຈຶ່ງຕ້ອງເລັ່ງແກ້ໄຂທີ່ຕົ້ນເຫດ. ຂໍ້ມູນຂອງອົງການອະນາໄມໂລກ ລະບຸວ່າ: ໝອກຄວັນພິດ ຄ້າຊີວິດຊາວອິນເດຍປີບະລ້ານຄົນ ແລະ ນະຄອນຫຼວງນິວເດລີ ຄືເມືອງທີ່ອາກາດໂຫດຮ້າຍທີີ່ສຸດໃນບັນດາເມືອງໃຫຍ່ຂອງໂລກ,...