ຜົນກະທົບຂອງມົນລະພິດທາງອາກາດ ຕໍ່ມະນຸດ ແລະ ການເຊື່ອມໂຍມກັບການປ່ຽນແປງສະພາບອາກາດ

ອົງການອະນາໄມໂລກ (WHO) ກ່າວເຕືອນເນື່ອງໃນ ວັນສິ່ງແວດລ້ອມໂລກ 5 ມິຖຸນາ ທີ່ຜ່ານມາ ວ່າ:

ບໍ່ມີໃຜໃນໂລກໃບນີ້ ລອດພົ້ນຈາກໄພຂອງມົນລະພິດທາງອາກາດ ເພາະວ່າ 9 ໃນ 10 ຄົນ ກຳລັງສູດເອົາອາກາດພິດເຂົ້າສູ່ປອດຢູ່ທຸກມື້ ເຮັດໃຫ້ມີຜູ້ເສຍຊີວິດ ປີລະ 7 ລ້ານຄົນ.

ມູນນິທິ ທອມສັນ ຣອຍເຕີ ເຊິ່ງເປັນໜ່ວຍງານການກຸສົນຂອງ ທອມສັນ ຣອຍເຕີ ລວບລວມຂໍ້ມູນຂອງ ໂຄງການສິ່ງແວດລ້ອມແຫ່ງ ສະຫະປະຊາຊາດ, ອົງການອະນາໄມໂລກ, ທະນາຄານໂລກ ແລະ ໂຄງການປຸກລະດົມ Every Breath Matters ຈຶ່ງໄດ້ຄວາມຈິງທີ່ໜ້າຮູ້ໜ້າສົນໃຈ 10 ຂໍ້ ກ່ຽວກັບ ຜົນກະທົບຂອງມົນລະພິດທາງອາກາດ ຕໍ່ມະນຸດ ແລະ ການເຊື່ອມໂຍມກັບການປ່ຽນແປງສະພາບອາກາດ ດັ່ງນີ້:

1. ມົນລະພິດທາງອາກາດ ຂ້າຄົນຊົ່ວໂມງລະ 800 ຄົນ ຫຼື ນາທີລະ 13 ຄົນ ຖືວ່າຫຼາຍກວ່າຈຳນວນຜູ້ເສຍຊີວິດຈາກ ພະຍາດມາເລເຣຍ, ວັນນະໂລກ ແລະ ເອດສ໌ ໃນແຕ່ລະປີລວມກັນກວ່າ 3 ເທົ່າ.

2. ສານກໍ່ມົນລະພິດບາງປະເພດ ເຮັດໃຫ້ທັ້ງການປ່ຽນແປງສະພາບອາກາດ ແລະ ມົນລະພິດໃນພື້ນທີ່ ເຊັ່ນ: ກ໊າສມີເທນ, ຄາບເສດເຫຼືອທີ່ເກີດຈາກການເຜົາໄໝ້ບໍ່ສົມບູນ ຈາກເຕົາຫຸງອາຫານ ແລະ ເຄື່ອງຈັກກາຊວນ.

3. ແຫຼ່ງກໍ່ມົນລະພິດທາງອາການຫຼັກໆ 5 ແຫຼ່ງ ໄດ້ແກ່:

ການເຜົາໄໝ້ເຊື້ອໄຟຟອສຊິວ ໄມ້ ແລະ ຊີວະມວນ ຫຼື ມວນຊີວະພາບ ( Biomass: ຄື ສານອິນຊີ ຫຼື ສານປະກອບເຄມີ ທີ່ເປັນແຫຼ່ງກັກເກັບພະລັງງານຈາກທຳມະຊາດ ແລະ ສາມາດນຳມາໃຊ້ຜະລິດພະລັງງານໄດ້ ) ພາຍໃນອາຄານ ເພື່ອໃຫ້ຄວາມຮ້ອນ, ການປຸງແຕ່ງອາຫານ ແລະ ແສງສະວ່າງ ການຜະລິດໄຟຟ້າຈາກຖ່ານຫີນ ແລະ ເຄື່ອງປັ່ນໄຟທີ່ໃຊ້ນໍ້າມັນກາຊວນ, ການຂົນສົ່ງ ໂດຍສະເພາະ ຍານພາຫະນະທີ່ໃຊ້ເຄື່ອງຈັກກາຊວນ, ການກະສິກຳ ແລະ ການລ້ຽງສັດ ທີ່ກໍ່ໃຫ້ເກີດກ໊າສມີເທນ ແລະ ແອມໂມເນຍ ລວມເຖິງການເຜົາໄໝ້ທາງການກະສິກຳ ແລະ ສຸດທ້າຍຄື ການເຜົາຂີ້ເຫຍື້ອ ໃນພື້ນທີ່ໂລ່ງ ແລະ ການຖິ້ມຂີ້ເຫຍື້ອອິນຊີ ( ຂີ້ເຫຍື້ອອິນຊີ ໄດ້ແກ່ ຊາກພືດ, ຊາກສັດ, ເສດອາຫານ, ຫງ່າໄມ້, ຫຍ້າແຫ້ງ… ) ຕາມແຫຼ່ງຖິ້ມຂີ້ເຫຍື້ອ ທີ່ເຮັດໃຫ້ເກີດກິ່ນເໝັນ ແລະ ສົ່ງຜົນດ້ານລົບຕໍ່ສິ່ງແວດລ້ອມ.

4. ມົນລະພິດທາງອາກາດ ທີ່ເກີດຈາກບ້ານເຮືອນ ເຮັດໃຫ້ຄົນເສຍຊີວິດກ່ອນໄວອັນຄວນ ປີລະ 3,8 ລ້ານຄົນ ສ່ວນຫຼາຍຢູ່ໃນປະເທດກຳລັງພັດທະນາ ແລະ 60% ເປັນເດັກ ແລະ ແມ່ຍິງ.

5. 93% ຂອງເດັກທົ່ວໂລກ ອາໄສຢູ່ໃນພື້ນທີ່ທີ່ມີຄ່າມົນລະພິດທາງອາກາດ ສູງກວ່າເກນມາດຕະຖານຂອງ ອົງການອະນາໄມໂລກ ເຊິ່ງໃນປີ 2016 ເດັກອາຍຸຕໍ່າກວ່າ 15 ປີ ເສຍຊີວິດເພາະຕິດເຊື້ອໃນລະບົບທາງເດີນຫາຍໃຈເຖິງ 600.000 ຄົນ.

6. ມົນລະພິດທາງອາກາດ ເປັນສາເຫດຂອງ ການເສຍຊີວິດ ດ້ວຍພະຍາດຕ່າງໆຫຼາຍຊະນິດ ເຊັ່ນ:

26% ຂອງການເສຍຊີວິດ ມາຈາກພະຍາດຫົວໃຈຂາດເລືອດ, 24% ຂອງການເສຍຊີວິດ ມາຈາກພະຍາດຫຼອດເລືອດສະໝອງ, 43% ຂອງການເສຍຊີວິດ ມາຈາກພະຍາດຫຼອດລົມອຸດຕັນຊໍາເຮື້ອ ແລະ 29% ຂອງການເສຍຊີວິດ ມາຈາກພະຍາດມະເຮັງປອດ.

ມົນລະພິດທາງອາກາດ ຖືກກ່າວວ່າ:

ເຮັດໃຫ້ເດັກມີນໍ້າໜັກຕົວຕອນເກີດໃໝ່ ໜ້ອຍ, ເປັນຫອບຫືດ, ເປັນມະເຮັງຕັ້ງແຕ່ນ້ອຍ, ເປັນພະຍາດອ້ວນ, ປອດມີບັນຫາ, ມີອາການອໍທິສຕິກ (ພາວະລະບົບປະສາດເຮັດວຽກຊັບຊ້ອນ) ແລະ ບັນຫາສຸຂະພາບອີກຫຼາຍຢ່າງ.

7. 97% ຂອງເມືອງຕ່າງໆ ໃນປະເທດລາຍໄດ້ໜ້ອຍ ແລະ ປານກາງ ທີ່ມີຄົນອາໄສບໍ່ຕໍ່າກວ່າ 1 ແສນຄົນ ມີຄຸນນະພາບອາກາດບໍ່ເຖິງເກນຂັ້ນຕໍ່າຂອງ ອົງການອະນາໄມໂລກ ສ່ວນເມືອງຕ່າງໆໃນປະເທດລາຍໄດ້ສູງ ມີບັນຫານີ້ 29%.

8. 25% ຂອງຝຸ່ນລະອອງ ທີ່ເຮັດໃຫ້ເກີດມົນລະພິດທາງອາກາດ ໃນເຂດເມືອງ ເກີດຈາກການຈະລາຈອນ, 20% ເກີດຈາກການເຜົາໄໝ້ເຊື້ອໄຟໃນບ້ານເຮືອນ ແລະ 15% ເກີດຈາກພາກອຸດສາຫະກຳ.

9. ການຮັກສາອຸນຫະພູມໂລກ ບໍ່ໃຫ້ສູງຂຶ້ນ 2 ອົງສາເຊ ຕາມທີ່ລັດຖະບານປະເທດຕ່າງໆຮັບປາກໄວ້ ໃນຂໍ້ຕົກລົງປາຣີ ປີ 2014 ອາດຊ່ວຍຊີວິດຄົນໄດ້ປີລະ 1 ລ້ານຄົນ ພາຍໃນປີ 2050 ເພາະເຮັດໃຫ້ມົນລະພິດທາງອາກາດ ຫຼຸດລົງ.

10. 15 ປະເທດ ທີ່ປ່ອຍກ໊າສເຮືອນແກ້ວຫຼາຍທີ່ສຸດໃນໂລກ ຕ້ອງເສຍງົບປະມານເບິ່ງແຍງສຸຂະພາບປະຊາຊົນ ບໍ່ຕໍ່າກວ່າ 4% ຂອງຜະລິດຕະພັນລວມພາຍໃນປະເທດ (GDP), ຂະນະທີ່ ການລງທຶນເພື່ອຮັກສາອຸນຫະພູມໂລກ ຕາມຂໍ້ຕົກລົງປາຣີ ຈະໃຊ້ງົບພຽງ 1% ຂອງ GDP ເທົ່ານັ້ນ.