ກອງປະຊຸມ ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຫຼື G20

ຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງໂຕກຽວ ໃນວັນທີ 6 ມິຖຸນາ ວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຫຼື G20 ຈະຫາລືເລື່ອງແກ້ໄຂບັນຫາສົງຄາມການຄ້າ ລະຫວ່າງ ຈີນ-ສະຫະລັດອາເມລິກາ ແລະ ການເກັບພາສີບໍລິສັດດິຈິຕອນຂ້າມຊາດ ໃນກອງປະຊຸມ ທີ່ເມືອງຟູກູໂອກະ ຂອງຍີ່ປຸ່ນ ໃນວັນທີ 8-9 ມິຖຸນານີ້.

ເຈົ້າໜ້າທີ່ອາວຸໂສ ໃນກະຊວງການເງິນ ສະຫະລັດອາເມລິກາ ເປີດເຜີຍວ່າ:

ລັດຖະບານ ຈະກົດດັນໃຫ້ສະມາຊິກ ຈີ 20 ແກ້ໄຂບັນຫາຄວາມບໍ່ສົມດຸນທາງການຄ້າ ດ້ວຍການເປີດຕະຫຼາດໃຫ້ຫຼາຍຂຶ້ນ, ຫຼຸດພຶດຕິກຳການຄ້າທີ່ບໍ່ເປັນທຳ ແລະ ຜົນຈາກມາດຕະການພາສີທີ່ປະກາດໄປແລ້ວ.

ດ້ານ ນັກເສດຖະສາດອາວຸໂສ ສະຖາບັນວິໄຈ ຍີ່ປຸ່ນ ກ່າວວ່າ:

ຫາກກອງປະຊຸມອອກຖະແຫຼງການຮ່ວມ ເນື້ອໃນກໍຄົງຈະສະແດງອອກເຖິງ ຄວາມສາມັກຄີເພື່ອຫວັງຄາຍຄວາມກັງວົນ ແລະ ສະກັດຄວາມຮູ້ສຶກບໍ່ເຊື່ອໝັ້ນ ເຊິ່ງຄາດວ່າ ບັນຫາເລື່ອງສົງຄາມການຄ້າ ຈີນ-ສະຫະລັດອາເມລິກາ ຈະເປັນເລື່ອງຫຼັກ ແຕ່ຜູ້ວ່າການທະນາຄານກາງ ຄົງບໍ່ເປີດເຜີຍເນື້ອໃນການເຈລະນາໃຫ້ສື່ຮູ້.

ຂະນະທີ່ ນັກເສດຖະສາດຂອງ ສະຖາບັນວິໄຈ ໄດວາ ເຊື່ອວ່າ:

ຈີ 20 ຈະບໍ່ມີການດຳເນີນການຮ່ວມກັນຕາມເຄີຍ ເພາະເຖິງວ່າທ່າອ່ຽງຂະນະນີ້ຈະບໍ່ແນ່ນອນ ແຕ່ຍັງບໍ່ເຖິງຂັ້ນວິກິດກະທັນຫັນ  ທີ່ຈະຈູງໃຈໃຫ້ ຈີ 20 ຕ້ອງສົ່ງສານຊັດເຈນ ແລະ ຮຽກຮ້ອງໃຫ້ມີນະໂຍບາຍຮ່ວມກັນ.

ນອກຈາກນີ້, ກອງປະຊຸມ ຈະຫາລືເລື່ອງກະແສຜັກດັນໃຫ້ມີນະໂຍບາຍພາສີຮ່ວມກັນ ກັບ ບໍລິສັດອິນເຕີເນັດລາຍໃຫຍ່ ທີ່ມີລາຍໄດ້ງາມ ແຕ່ຖືກວິຈານວ່າ ຈ່າຍພາສີບໍ່ສົມເຫດສົມຜົນ ເຊິ່ງ ຈີ 20 ຕ້ອງການໃຊ້ນະໂຍບາຍພາສີ ອີງຕາມຂະໜາດທຸລະກິດທີ່ບໍລິສັດອິນເຕີເນັດ ດຳເນີນໃນປະເທດນັ້ນໆ ທີ່ບໍ່ແມ່ນການອີງຕາມເກນພາສີປະເທດ ແຕ່ວ່າ ສະຫະລັດອາເມລິກາ ຕ້ອງການໃຫ້ໃຊ້ວິທີທີ່ອາດຄວບຄຸມເຖິງ ບໍລິສັດຂ້າມຊາດເອີຣົບ ແລະ ອາຊີ ທີ່ເຮັດທຸລະກິດອື່ນນອກເໜືອຈາກ ເຕັກໂນໂລຊີ ນຳອີກ.

ນັກວິໄຈຂອງ ສະຖາບັນວິໄຈ ເອັນແອວໄອ ກ່າວວ່າ:

ທຸກຝ່າຍເຫັນດີຢ່າງກວ້າງຂວາງວ່າ ຕ້ອງປັບປ່ຽນຂອບພາສີທີ່ໃຊ້ຢູ່ໃນປັດຈຸບັນ ໃຫ້ເໝາະສົມກັບສະຖານະການຂະນະນີ້ ແຕ່ເມື່ອຕ້ອງເຈາະຈົງລົງໄປ ກໍຍາກຈະຫາຂໍ້ຕົກລົງໄດ້ ເຊັ່ນ ການເກັບພາສີບໍລິສັດຂ້າມຊາດ ຢ່າງ ກູເກີນ, ອາເມຊອນ, ເຟສບຸກ ແລະ ແອບເປິນ ຂອງ ສະຫະລັດອາເມລິກາ ຖ້າຫາກບໍ່ສາມາດເຮັດໃຫ້ ສະຫະລັດອາເມລິກາ ເຂົ້າຮ່ວມໄດ້ ກໍຍາກຈະປ່ຽນແປງຂອບພາສີໂລກໄດ້.

ທັ້ງນີ້, ຜົນການຫາລືຂອງ ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຈີ 20 ຈະໄດ້ນຳເຂົ້າສູ່ ກອງປະຊຸມຜູ້ຈຳ ຈີ 20 ທີ່ເມືອງໂອຊາກາ ໃນວັນທີ 28-29 ມິຖຸນາ ຕໍ່ໄປ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ ຍີ່ປຸ່ນ ໄດ້ເປັນເຈົ້າພາບ ກອງປະຊຸມຜູ້ນຳ ແລະ ລັດຖະມົນຕີກະຊວງຕ່າງໆ ຂອງ ຈີ 20 ໂດຍຈັດຂຶ້ນທັງໝົດ 9 ເມືອງ ເລີ່ມຕັ້ງແຕ່ເດືອນມີນາ ໄປຈົນເຖິງ ເດືອນພະຈິກ 2019.