ໜ້າຫຼັກ Tags ສົງຄາມການຄ້າ

Tag: ສົງຄາມການຄ້າ

ລມຕ ການເງິນ G20 ຈະຫາລືສົງຄາມການຄ້າ ຈີນ-USA ແລະ ພາສີດິຈີຕອນ

ຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງໂຕກຽວ ໃນວັນທີ 6 ມິຖຸນາ ວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ກຸ່ມປະເທດເສດຖະກິດຂະໜາດໃຫຍ່ ຫຼື G20 ຈະຫາລືເລື່ອງແກ້ໄຂບັນຫາສົງຄາມການຄ້າ ລະຫວ່າງ ຈີນ-ສະຫະລັດອາເມລິກາ ແລະ ການເກັບພາສີບໍລິສັດດິຈິຕອນຂ້າມຊາດ ໃນກອງປະຊຸມ ທີ່ເມືອງຟູກູໂອກະ ຂອງຍີ່ປຸ່ນ ໃນວັນທີ 8-9...

ສສ ພັກສາທາລະນະລັດ ຮຽກຮ້ອງ ທຣຳ ຫາລືຢຸດສົງຄາມການຄ້າກັບ ຜູ້ນຳຈີນ

ໃນວັນທີ 12 ກໍລະກົດນີ້, ທ່ານ ເຄວິນ ເບຣດີ ສະມາຊິກພັກສາທາລະນະລັດ ຈາກລັດເທັກຊັສ ອອກມາຮຽກຮ້ອງໃຫ້ ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ຫັນໜ້າເຂົ້າເຈລະຈາກັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ເພື່ອຢຸດສົງຄາມການຄ້າລະຫວ່າງສອງປະເທດ. ທ່ານ ເບຣດີ...

US ຈະເກັບພາສີ 10% ກັບສິນຄ້າຈີນ ກວ່າ 200.000 ລ້ານໂດລາ

ທ່ານ ໂຣເບີດ ໄລໄທເຊີ ຜູ້ແທນການຄ້າ ສະຫະລັດ ອາເມລິກາ ກ່າວໃນວັນທີ 11 ກໍລະກົດນີ້ວ່າ: ລັດຖະບານ ສະຫະລັດ ອາເມລິກາ ຮຽກຮ້ອງຢ່າງອົດທົນຕະຫຼອດໜຶ່ງປີທີ່ຜ່ານມາ ໃຫ້ຈີນຢຸດການກະທຳທີ່ບໍ່ເປັນທຳ, ເປີດຕະຫຼາດ ແລະ ໃຫ້ມີການແຂ່ງຂັນກັນຢ່າງແທ້ຈິງ, ແທນທີ່ຈະແກ້ໄຂຄວາມກັງວົນອັນຊອບທຳຂອງ ສະຫະລັດ ອາເມລິກາ ຈີນກັບເລີ່ມຕອບໂຕ້ດ້ວຍການເກັບພາສີສິນຄ້າ ສະຫະລັດ ອາເມລິກາ ທັ້ງທີ່ບໍ່ມີເຫດອັນສົມຄວນ;...

WTO ຊີ້ ວິວາດການຄ້າ ຄຸກຄາມເສດຖະກິດໂລກ

ທ່ານ ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ (WTO) ກ່າວໃນວັນທີ 5 ກໍລະກົດນີ້ວ່າ: ການເຕີບໃຫຍ່ຂອງເສດຖະກິດໂລກ ກຳລັງຖືກຄຸກຄາມຈາກການທີ່ບັນດາປະເທດມະຫາອຳນາດທາງເສດຖະກິດ ວິວາດຕອບໂຕ້ກັນໄປມາ ພ້ອມທັງຂູ່ວ່າຈະຄວ່ຳບາດການຄ້າຕໍ່ກັນ; ເຊິ່ງຄຳເວົ້າ ແລະ ທ່າທີທັງຫຼາຍເຫຼົ່ານີ້ລະຫວ່າງ ສະຫະລັດ ອາເມລິກາ, ສະຫະພາບເອີຣົບ (EU) ແລະ ຈີນ ຖືເປັນຄວາມສ່ຽງຢ່າງມະຫາສານຕໍ່ລະບົບການຄ້າໂລກ. ຜູ້ອຳນວຍການ WTO ກ່າວວ່າ:...

ໂດລາ ແຂງຄ່າທຽບ ເອີໂຣ-ເຢນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ເມສາ ວ່າ: ສະກຸນເງິນໂດລາສະຫະລັດ ແຂງຄ່າຂຶ້ນເມື່ອທຽບກັບ ສະກຸນເງິນເອີໂຣ ແລະ ເງິນເຢນ ໃນການຊື້ຂາຍທີ່ຕະຫຼາດເງິນຕານິວຢອກ ໃນວັນທີ 3 ເມສາ ຜ່ານມາ, ແຕ່ພາວະການຊື້ຂາຍເປັນໄປຢ່າງບໍ່ແນ່ນອນ ເນື່ອງຈາກນັກລົງທຶນຍັງຄົງວິຕົກກັງວົນ ກ່ຽວກັບຜົນກະທົບຂອງສົງຄາມການຄ້າ ລະຫວ່າງ ສະຫະລັດ ອາເມລິກາ ແລະ ຈີນ. ນອກຈາກນີ້,...