ທ່ານ ໂຣເບີດ ໄລໄທເຊີ ຜູ້ແທນການຄ້າ ສະຫະລັດ ອາເມລິກາ ກ່າວໃນວັນທີ 11 ກໍລະກົດນີ້ວ່າ: ລັດຖະບານ ສະຫະລັດ ອາເມລິກາ ຮຽກຮ້ອງຢ່າງອົດທົນຕະຫຼອດໜຶ່ງປີທີ່ຜ່ານມາ ໃຫ້ຈີນຢຸດການກະທຳທີ່ບໍ່ເປັນທຳ, ເປີດຕະຫຼາດ ແລະ ໃຫ້ມີການແຂ່ງຂັນກັນຢ່າງແທ້ຈິງ, ແທນທີ່ຈະແກ້ໄຂຄວາມກັງວົນອັນຊອບທຳຂອງ ສະຫະລັດ ອາເມລິກາ ຈີນກັບເລີ່ມຕອບໂຕ້ດ້ວຍການເກັບພາສີສິນຄ້າ ສະຫະລັດ ອາເມລິກາ ທັ້ງທີ່ບໍ່ມີເຫດອັນສົມຄວນ; ເຈົ້າໜ້າທີ່ສະຫະລັດ ອາເມລິກາ ໄດ້ເປີດເຜີຍລາຍຊື່ສິນຄ້າຈີນທີ່ຈະຖືກເກັບພາສີຄັ້ງໃໝ່ ຄວບຄຸມສິນຄ້າອຸປະໂພກ-ບໍລິໂພກຢ່າງກວ້າງຂວາງເຊັ່ນ: ອາຫານ, ຢາສູບ, ສານເຄມີ, ຖ່ານຫີນ, ເຫຼັກ, ອາລູມີນຽມ ໄປຈົນເຖິງອາຫານແມວ ແລະ ໝາ ເຊິ່ງມາດຕະການໃໝ່ຈະມີຜົນ ຫຼັງຈາກເປີດໃຫ້ສາທາລະນະ ສະແດງຄວາມຄິດເຫັນເປັນເວລາ 2 ເດືອນ.

ທັ້ງນີ້, ສະຫະລັດ ອາເມລິກາ ຫາກໍປະກາດເກັບພາສີ 25% ກັບສິນຄ້າຈີນມູນຄ່າ 34.000 ລ້ານໂດລາສະຫະລັດ ໃນວັນທີ 6 ກໍລະກົດ ທີ່ຜ່ານມາ ແລະ ຖືກຈີນຕອບໂຕ້ດ້ວນມາດຕະການດຽວກັນ ໃນມື້ດຽວກັນ ແຕ່ມີຜົນກ່ອນເນື່ອງຈາກເຂດເວລາຕ່າງກັນ.

ທ່ານ ອໍຣິນ ແຮດ ຈາກພັກສາທາລະນະລັດ ປະທານຄະນະກຳມະການການເງິນ ໃນວຸດທິສະພາ ສະຫະລັດ ອາເມລິກາ ວິຈານການປະກາດເກັບພາສີຈີນຄັ້ງໃໝ່ວ່າ: ບໍ່ມີຄວາມຢັ້ງຄິດ ແລະ ບໍ່ເປັນຕາມເປົ້າໝາຍ ຂະນະທີ່ຫໍການຄ້າ ສະຫະລັດ ອາເມລິກາ ຖະແຫຼງວ່າ: ສະໜັບສະໜູນລັດຖະບານ ໂດໂນ ທຣຳ ເລື່ອງຫຼຸດພາສີໃນປະເທດ ແລະ ຫຼຸດທະບຽນການເຮັດທຸລະກິດ ແຕ່ບໍ່ເຫັນດີນຳກັບການໃຊ້ມາດຕະການທາງພາສີ ເພາະຈະເຮັດໃຫ້ຊາວອາເມລິກາ ຕ້ອງຊື້ສິນຄ້າໃນຊີວິດປະຈຳວັນໃນລາຄາທີ່ແພງຂຶ້ນ ຂະນະທີ່ຊາວກຳມະກອນກໍເດືອດຮ້ອນຈາກພາສີຕອບໂຕ້ຈາກຈີນ ທີ່ເຮັດໃຫ້ສິນຄ້າສົ່ງອອກມີລາຄາແພງຂຶ້ນ ເຊັ່ນກັນ.