ສື່ທ້ອງຖິ່ນຍີ່ປຸ່ນ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ: ປະຕິບັດການຄົ້ນຫາ ແລະ ກູ້ໄພ ຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ພາຍຫຼັງເກີດນ້ຳຖ້ວມ ແລະ ດິນເຈື່ອນ ຈາກຝົນທີ່ຕົກລົງມາຢ່າງໜັກຕິດຕໍ່ກັນຫຼາຍມື້ ຂະນະທີ່ຍັງມີປະຊາຊົນຫຼາຍຄົນ ຫາຍສາບສູນໃນໄພພິບັດຈາກສະພາບອາກາດ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດໃນຍີ່ປຸ່ນ ໃນຮອບ 36 ປີ; ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຊິນໂຊ ອາເບະ ຂອງຍີ່ປຸ່ນ ກໍຍັງໄດ້ເດີນທາງໄປຢ້ຽມຢາມພື້ນທີ່ປະສົບໄພທາງຕາເວັນຕົກ ໃນວັນທີ 11 ກໍລະກົດ ຜ່ານມາ ເພື່ອຫາທາງຮັບມືກັບໄພພິບັດໃນຄັ້ງນີ້.

ສະຖານີໂທລະພາບ NHK ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 161 ຄົນ ແລະ ຫາຍສາບສູນ 57 ຄົນ ເຊິ່ງນັບວ່າເປັນໄພພິບັດຈາກສະພາບອາກາດຄັ້ງຮ້າຍແຮງທີ່ສຸດ ນັບຕັ້ງແຕ່ປີ 1982, ຂະນະນີ້ອຸນຫະພູມເພີ່ມຂຶ້ນເຖິງ 33 ອົງສາເຊແລ້ວ ເຮັດໃຫ້ຕ້ອງປ້ອງກັນອັນຕະລາຍຈາກການແພ້ແດດ ນຳອີກ, ປະຊາຊົນຫຼາຍພັນຄົນຕ້ອງອາໄສຢູ່ໃນສູນອົບພະຍົບ; ທາງດ້ານລັດຖະບານຂອງນາຍົກລັດຖະມົນຕີ ອາເບະ ໄດ້ໃຫ້ຄຳໝັ້ນວ່າ ຈະຈັດສັນເງິນຟື້ນຟູໃນເບື້ອງຕົ້ນ ປະມານ 4.000 ລ້ານໂດລາສະຫະລັດ ໃນວັນທີ 10 ກໍລະກົດ ທີ່ຜ່ານມາ.