5 ເລື່ອງເດັ່ນ ຫຼັງຈາກ ຝຣັ່ງ ຊະນະ ແບນຊິກ! ເຂົ້າໄປລຸ້ນແຊັມໂລກສະໄໝທີ 2

0
584

ທີມຊາດຝຣັ່ງ ຜ່ານເຂົ້າຊີງບານໂລກ 2018 ທີ່ປະເທດລັດເຊຍ ໄດ້ເປັນທີມທຳອິດ ແລະ ເປັນການເຂົ້າເປັນລຸ້ນແຊັມໂລກສະໄໝທີສອງ; ເຊິ່ງຫຼັງຈາກເກມທີ່ເອົາຊະນະແບນຊິກ ໄດ້ໃນຮອບຮອງຊະນະເລີດນັ້ນ ໄດ້ມີຫຼາຍປະເດັນທີ່ນັກວິເຄາະໃນຕ່າງປະເທດເວົ້າເຖິງຫຼາຍສົມຄວນ, ແຕ່ມີ 5 ປະເດັນໃຫຍ່ທີ່ໜ້າສົນໃຈດັ່ງນີ້:
1. ກົນລະຍຸດຕ້ານເກມບຸກຈາກແບນຊິກ.
ທີມຊາດແບນຊິກ ມີເກມບຸກທີ່ເໜືອກວ່າ ແລະ ເປີດເກມບຸກໃສ່ຝຣັ່ງ ຢ່າງເຕັມທີ່, ແຕ່ເມື່ອເວລາຜ່ານໄປ ພັດໄປເຂົ້າທາງຂອງຝຣັ່ງ ເພາະຝຣັ່ງໃນເກມນີ້ ແມ່ນເນັ້ນຮັບ ໂດຍ ດີດີເຢ ເດຊັອງ ຜູ້ເປັນຫົວໜ້າຄູຝຶກ ໄດ້ສັ່ງໃຫ້ ຣາຟາແອນ ວາຣານ ແລະ ຊາມູແອນ ອູມຕີຕີ້ ສອງກອງຫຼັງຕົວລັກຂອງທີມ ເຂົ້າຈັບຕາຍ ໂຣເມລູ ລູກາກູ ກອງໜ້າຕົວເກັ່ງຂອງແບນຊິກ ຈົນບໍ່ສາມາດສ້າງຄວາມອັນຕະລາຍໃນຂອບເຂດໂທດຂອງຝຣັ່ງ ໄດ້ເລີຍ. ນອກນັ້ນ, ຕົວສະໜັບສະໜູນຂອງ ລູກາກູ ຄື: ເຄວິນ ເດີບຼອຍ ແລະ ເອແດັງ ອາຊາ ກໍບໍ່ສາມາດປ້ອນບານໃຫ້ ລູກາກູ ໄດ້ງ່າຍໆ, ເພາະຫຼາຍໆຈັງຫວະ ຖືກ ເອັນກາໂລ້ ກັອງເຕ້ ແລະ ປໍ ປັອກບາ ສອງກອງກາງຂອງຝຣັ່ງ ລໍຖ້າຕັດເກມຕັ້ງແຕ່ກາງສະໜາມ; ເຊິ່ງກໍບໍ່ບົດເທົ່ານັ້ນ, ດ້ວຍໂອກາດຍິງປະຕູທີ່ມີໜ້ອຍຂອງທີມຊາດແບນຊິກ ຢູ່ແລ້ວ, ເມື່ອມີໂອກາດຍິງ ກໍບໍ່ຜ່ານຜູ້ຮັກສາປະຕູຂອງຝຣັ່ງ ອູໂກ້ ຢໍຣິດສ ທີ່ໃນເກມນີ້ຖືວ່າໜຽວແໜ້ນຫຼາຍ.

2. ແບນຊິກ ຂາດແບັກຂວາຕົວຫຼັກ.
ໂທມັດສ ມູນີເຢ ເປັນແບັກຂວາຕົວຫຼັກຂອງແບນຊິກ ມາຕັ້ງແຕ່ເກມທຳອິດທີ່ແບນຊິກ ລົງແຂ່ງຂັນບານໂລກຄັ້ງນີ້, ແຕ່ໃນຮອບຮອງນີ້ ແບນຊິກ ໂຊກຮ້າຍຫຼາຍທີ່ ມູນີເຢ ຖືກລົງໂທດຈາກການມີໃບເຫຼືອງ ຈົນບໍ່ສາມາດລົງຊ່ວຍທີມໄດ້ ເຮັດໃຫ້ ໂຣແບໂຕ້ ມາຕີເນດສ ຕ້ອງສັ່ງໃຫ້ ນາເຊີ ຊາດລີ ທີ່ຫຼິ້ນເປັນແບັກຊ້າຍປະຈຳ ໄປຮັບບົດບາດເປັນແບັກຊ້າຍແທນ, ແຕ່ຊ້ຳພັດຍິ່ງເຮັດໃຫ້ເກມບຸກຂອງຕົນເອງຂີ້ຮ້າຍກວ່າເກົ່າ ເພາະຕອນຫຼິ້ນແບັກຊ້າຍ ຊາດລີ ສາມາດເຕີມເກມບຸກໄດ້ດີ ແລະ ເປີດລູກຕັ້ງເຕະງາມໆໃຫ້ເພື່ອນຮ່ວມທີມໄດ້ຕະຫຼອດມາ ແຕ່ເມື່ອຕ້ອງປ່ຽນມາຫຼິ້ນແບັກຂວາມັນພັດກົງກັນຂ້າມເລີຍ; ນອກນັ້ນ, ຍັງມີ ມຸດຊາ ເດັມເບເລ້ ທີ່ໄດ້ໂອກາດລົງສະໜາມເປັນຕົວເກມທຳອິດຂອງບານໂລກຄັ້ງນີ້ ແຕ່ພັດບໍ່ມີປະໂຫຍດຫຍັງກັບທີມເລີຍ, ນອກຈາກສ້າງເກມບຸກຝັ່ງຊ້າຍບໍ່ໄດ້ແລ້ວ ຍັງເຮັດເສຍບານຢູ່ເລື້ອຍໆ ຈົນຕ້ອງຖືກປ່ຽນຕົວອອກໃນທີ່ສຸດ.

3.ໂອລີວີເຢ ຊີຣູ ຈະເປັນກອງໜ້າ ຫຼື ກອງຫຼັງ.
ນັບຕັ້ງແຕ່ຮອບ 32 ທີມ ຈົນມາເຖິງຮອບຮອງຊະນະເລີດ, ໂອລີວີເຢ ຊີຣູ ມີໂອກາດຍິງເຖິງ 10 ຄັ້ງ ໂດຍແຕ່ລະຄັ້ງແມ່ນຍິງໄປແບບບໍ່ຢູ່ໃນຂອບປະຕູເລີຍ ເວົ້າງ່າຍໆກໍຄືບໍ່ໄດ້ລຸ້ນຫຍັງເລີຍສຳລັບໂອກາດຍິງປະຕູເຖິງ 10 ຄັ້ງ ຂອງກອງໜ້າຄົນນີ້; ແຕ່ໃນການລົງໄປຊ່ວຍເກມຮັບ, ຊີຣູ ພັດເຮັດໄດ້ດີເກີນຄາດ ໃນຫຼາຍໆເກມທີ່ຜ່ານມາ ຊີຣູ ລົງໄປຊ່ວຍປ້ອງກັນປະຕູຂອງຕົນເອງ ບາງຄັ້ງເຮັດໄດ້ດີກວ່າກອງຫຼັງຊ້ຳ, ຕົກລົງ ຊີຣູ ຈະເປັນກອງໜ້າ ຫຼື ກອງຫຼັງ ແທ້.

4. ກັອງເຕ້ ເນັ້ນຮັບ, ເອັມບັບເປ້ ຖ້າບຸກ.
ນອກຈາກກາງຫຼັງຂອງຝຣັ່ງ ທີ່ຮ່ວມມືກັນໄດ້ດີໃນການຕ້ານເກມບຸກຂອງແບນຊິກ ແລ້ວ, ຍັງມີກອງກາງທີ່ຄອຍຊ່ວຍເຫຼືອຕັດເກມໃນແດນກາງໄດ້; ແນ່ນອນ, ກອງກາງທີ່ຫຼິ້ນເກມຮັບໄດ້ດີຂອງຝຣັ່ງ ແລະ ຂອງໂລກໃນເວລານີ້ ຄົງບໍ່ມີໃຜບໍ່ຮູ້ຈັກ ເອັນກາໂລ້ ກັອງເຕ້. ກອງກາງຄົນນີ້ມີຮູບຮ່າງທີ່ບໍ່ໃຫຍ່, ບໍ່ສູງ ແຕ່ມີພາລະກຳລັງຫຼວງຫຼາຍ, ແຂງແຮງ ເປັນກອງກາງທີ່ແລ່ນຂຶ້ນ-ລົງໃນເກມໄດ້ແບບບໍ່ມີໝົດແຮງ, ຄອຍທຳລາຍເກມບຸກຂອງຄູ່ກອງກາງແບນຊິກ ຄື: ອາຊາ ແລະ ເດີບຼອຍ ຈົນໄປບໍ່ເປັນ.

ສ່ວນ ຄີລີຢັນ ເອັມບັບເປ້ ເດັກໜຸ່ມອາຍຸ 19 ປີ ທີ່ມີຄວາມສາມາດເໜືອກວ່າອາຍຸ ກໍລໍຖ້າເກັບບານຈາກ ກັອງແຕ້ ແລະ ປັອກບາ ເພື່ອໄປຫຼິ້ນເກມບຸກຄູ່ກັບ ອັອງຕວນ ກຣີດສມັນ, ເຖິງວ່າໃນເກມນີ້ ເອັມບັບເປ້ ບໍ່ໄດ້ມີສ່ວນຮ່ວມກັບການໄດ້ປະຕູ ແຕ່ຕະຫຼອດທັງເກມ ກໍສ້າງຄວາມຫຍຸ້ງຍາກໃຫ້ກອງຫຼັງແບນຊິກ ໄດ້ຫຼາຍສົມຄວນ.
5. ແຊັມໂລກສະໄໝທີສອງ ຈາກສາມຄັ້ງທີ່ເຂົ້າຊີງ ຈະເກີດຂຶ້ນ ຫຼື ບໍ່?
ຝຣັ່ງ ໄດ້ແຊັມໂລກຄັ້ງທຳອິດໃນປີ 1998 ທີ່ຕົນເອງເປັນເຈົ້າພາບ ໂດຍໃນປີ 2006 ໄດ້່ານເຂົ້າຮອບຊີງອີກຄັ້ງກັບອີຕາລີ ແຕ່ເກີດເຫດການບໍ່ຄາດຝັນຂຶ້ນ ເມື່ອໃນລະຫວ່າງການແຂ່ງຂັນກັນຢູ່ ຊີເນດິນ ຊີດານ ດາວດັງຂອງຝຣັ່ງ ໃນເວລານັ້ນ ໄດ້ໃຊ້ຫົວຕຳໃສ່ເອິກຂອງ ມາໂກ ມາຕາຣັດຊີ ຢ່າງແຮງ ຈົນຖືກໃບແດງໃຫ້ອອກຈາການແຂ່ງຂັນ ຈຶ່ງເຮັດໃຫ້ຝຣັ່ງ ເສຍປຽບເລື່ອງຕົວຜູ້ຫຼິ້ນ ແລະ ຕ້ອງເສຍໄຊໃຫ້ອີຕາລີ ໄປໃນທີ່ສຸດ. ແຕ່ການຜ່ນເຂົ້າຮອບຊີງຂອງຝຣັ່ງ ໃນຄັ້ງນີ້ ຖືວ່າທຸກຄົນໃນທີມມີຄວາມສາມາດສູງສົມຄວນ, ຝຣັ່ງ ຜ່ານທີມໃຫຍ່ໆມາແລ້ວໃນຮອບກ່ອນໜ້ານີ້ ເຊັ່ນ: ອາກຊັງຕິນ, ອູຣຸໄກວ; ດັ່ງນັ້ນ, ຖ້າຝຣັ່ງ ຄວ້າແຊັມໂລກຄັ້ງນີ້ໄດ້ ກໍຖືໄດ້ວ່າສົມສັກສີແລ້ວ; ແຕ່ຖ້າບໍ່ໄດ້ ກໍຖ້າອີກ 4 ປີ.