ນາງ ຄູນຄໍາ ອາຍຸ 33 ປີ ໃນນາມພະນັກງານບໍລິສັດແຫ່ງໜຶ່ງ ຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຄື່ອນໄຫວສໍ້ໂກງຊັບຂອງພົນລະເມືອງ ເຊິ່ງມີຜູ້ຕົກເປັນເຫຍື່ອເຖິງ 11 ລາຍ ສ້າງຄວາຍເສຍຫາຍເກືອບຕື້ກີບ. ສຸດທ້າຍໜີບໍ່ລອດ ຖືກເຈົ້າໜ້າທີ່ກັກຕົວສອບສວນສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການສັງຟ້ອງສານຕັດສິນ.ໃນປີ 2015 ນາງ ຄູນຄໍາ ໃນຖານະ ທີ່ເປັນຄົນເຮັດວຽກໃນບໍລິສັດດຽວ ໄດ້ໃຊ້ຄວາມຮູ້ຈັກຮັກແພງກັນ ຢືມເງິນນໍາ ທ້າວ ສຸລິສັກ ໂດຍອ້າງວ່າໄປຊື້ເຄື່ອງເຂົ້າຮ້ານ ເຊິ່ງລວມທັງໝົດ 10 ຄັ້ງຄື:

-ຄັ້ງທີ 1:  ຢືມ 300.000.000 ກີບ,

-ຄັ້ງທີ 2: ຈໍານວນ 100.000.000 ກີບ,

-ຄັ້ງທີ 3: ຈໍານວນ 162.200.000 ກີບ;

-ຄັ້ງທີ 4: ຈໍານວນ 202.468.000 ກີບ;

-ຄັ້ງທີ 5: ຈໍານວນ 40.000 ໂດລາສະຫະລັດ,

-ຄັ້ງທີ 6: ຈໍານວນ 45.000 ໂດລາສະຫະລັດ,

-ຄັ້ງທີ 7: ຈໍານວນ 35.000.000 ກີບ;

-ຄັ້ງທີ 8: ຈໍານວນ 35.000.000 ກີບ;

-ຄັ້ງທີ 9: ຈໍານວນ 1.200.000 ບາດ ແລະ

-ຄັ້ງທີ 10: ຈໍານວນ 10.000 ໂດລາສະຫະລັດ ເຊິ່ງລວມເປັນເງິນທັງໝົດ 834.668.000 ກີບ, ເງິນບາດ 1.200.000 ບາດ ແລະ ເງິນໂດລາ 125 ໂດລາສະຫະລັດ.

ໃນການຢືມນັ້ນ, ນາງ ຄູນຄໍາ ໄດ້ເອົາໃບຕາດິນເລກທີ 0108/ຫຂ, ລົງວັນທີ 5 ກຸມພາ 2015 ມັດຈໍາໄວ້.  ພາຍຫຼັງໄດ້ເງິນມາແລ້ວ, ນາງ ຄູນຄໍາ ກໍນໍາເອົາເງິນດັ່ງກ່າວໄປປ່ອຍອອກດອກເບ້ຍໃນອັດຕາ 5%. ແຕ່ວ່າພາຍຫຼັງເອົາເງິນໄປອອກດອກມາ ຜູ້ກ່ຽວພັດນໍາເງິນໄປໃຊ້ຈ່າຍສ່ວນຕົວ ແລະ ບໍ່ໃຊ້ແທ່ນໃຫ້ທ້າວ ສຸລິສັກ.

ນອກຈາກນັ້ນ, ໃນເດືອນດຽວກັນ, ນາງ ຄູນຄໍາ ໄດ້ຊັກຊວນ ນາງ ວັນນະພອນ ອອກເງິນກູ້ນອກລະບົບ ເພື່ອເກັບດອກເບ້ຍ 8%-15% ຕໍ່ເດືອນ ໂດຍຜູ້ກ່ຽວຈະເປັນຄົນຕິດຕໍ່ລູກຄ້າ ແລະ ແລ່ນເອກະສານໃນການປ່ອຍເງິນ ພ້ອມທັງເກັບເງິນຕົ້ນທຶນ ແລະ ດອກເບ້ຍມາຈ່າຍໃຫ້ ນາງ ວັນນະພອນ ສ່ວນຜົນປະໂຫຍດແມ່ນແບ່ງກັນຄົນລະເຄິ່ງ ແລະ ຈະບໍ່ໃຫ້ມີບັນຫາຫຍັງ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ ນາງ ວັນນະພອນ ຫຼົງເຊື່ອແລ້ວມອບເງິນໃຫ້ຈໍານວນ 9 ຄັ້ງ ລວມເປັນເງິນ 613.000.000 ກີບ ແລະ ເງິບບາດ 2.500.000 ບາດ ເມື່ອໄດ້ເງິນມາແລ້ວ ກໍນໍາເງິນໄປອອກດອກ ແລ້ວກໍເອົາໄປໃຊ້ຈ່າຍສວນຕົວຈົນໝົດ.

ຕໍ່ມາ, ຜູ້ກ່ຽວໄດ້ໄປຕົວະກູ້ຢືມເງິນນໍາ ນາງ ລໍາພອນ ຈໍານວນ 450.000.000 ກີບ ດອກເບ້ຍ 5,5% ຕໍ່ເດືອນ; ກົດນົດເວລາ 45 ວັນ ໂດຍອ້າງວ່າເມື່ອໄດ້ເງິນທີ່ໄປອອກດອກເບ້ຍ ແລ້ວຈະມາໃຊ້ແທນທັງຕົ້ນທຶນ ແລະ ດອກເບ້ຍໃຫ້ຄົບຖ້ວນ. ພາຍຫຼັງໄດ້ເງິນໄປແລ້ວກໍເອົາໄປໃຊ້ຈ່າຍສວນຕົວ ແລະ ເມື່ອຮອດກໍານົດກໍບໍ່ສາມາດຈະໃຊ້ແທນຄືນໄດ້.

ນອກຈາກນັ້ນ, ຜູ້ກ່ຽວໄດ້ໄປຕົວະຢືມໃບຕາດິນຂອງ ນາງ ເພັດສະໝອນ ໄປເປັນຫຼັກຊັບຄໍ້າປະກັນເອົາເງິນນໍາພະນັກງານພາຍໃນບໍລິສັດອີທີແອວ. ນາງ ເພັດສະໝອນ ໄດ້ຫຼົງເຊື່ອກົນອຸບາຍ ຈຶ່ງໄດ້ເອົາໃບຕາດິນ ແລະ ເຮັດໃບມອບສິດໃຫ້ຜູ້ກ່ຽວ ພາຍຫຼັງໄດ້ຕາດິນມາແລ້ວ, ກໍເອົາໃບຕາດິນດັ່ງກ່າວໄປຄໍ້າປະກັນ ເພື່ອກູ້ຢືມເງິນນໍາ ນາງ ມະນີວັນ ຈໍານວນເງິນ 300.000.000 ກີບ ໂດຍບໍ່ແຈ້ງໃຫ້ນາງ ເພັດສະໝອນຮັບຮູ້.

ຕໍ່ມາ, ນາງ ເພັດສະໝອນ ໄດ້ແນະນໍາ ນາງ ສາຄອນ ແລະ ທ້າວ ຖາວອນ ປະກອບເອກະສານເຮັດໃບມອບກໍາມະສິດທີ່ດິນ ແລະ ໃບຕາດິນ ເພື່ອນໍາໄປເປັນຫຼັກຊັບຄໍ້າປະກັນເອົາເງິນນໍາ ນາງ ຄູນຄໍາ ໃນດອກເບ້ຍຕໍ່າ.  ຈາກນັ້ນ, ທ້າວ ຖາວອນ ແລະ ນາງ ສາຄອນ ໄດ້ເອົາໃບຕາດິນທີ່ເປັນກໍາມະສິດຂອງທ້າວ ແກ້ວ ໄຊຍະຄົມ ແລະ ນາງ ປັດຊາ ( ພໍ່ແມ່) ໄປຄໍາປະກັນເອົາເງິນນໍາ ນາງ ຄູນຄໍາ ຈໍານວນ 20.000.000 ກີບ. ຈາກນັ້ນ, ນາງ ຄູນຄໍາ ໄດ້ເອົາໃບຕາດິນທັງສອງຄົນໄປໃຊ້ໜີ້ໃຫ້ ນາງ ລໍາພອນ ໂດຍ ບໍ່ໄດ້ແຈ້ງຕໍ່ທ້າວ ຖາວອນ ແລະ ນາງ ສາຄອນ ຮັບຮູ້.

ຕໍ່ມາ, ນາງ ຈໍາປາ ໄດ້ເອົາໃບຕາດິນໄປຄໍ້າປະກັນ ເອົາເງິນ 20.000.000 ກີບ. ນາງ ຄູນຄໍາ ໄດ້ເອົາໃບຕາດິນທັງສອງໄປຄໍ້າປະກັນເອົາເງິນນໍາທ້າວ ຄໍານຶງ ຂຽວສະຫວາດ ໄດ້ເງິນ 1.700.000 ບາດ; ພາຍຫຼັງໄດ້ເງິນມາແລ້ວ ກໍນໍາໄປຈ່າຍພາຍໃນຄອບຄົວຈົນໝົດ.

ຕໍ່ມາ, ນາງ ຄໍາຫຼັາ ໄດ້ເອົາໃບຕາດິນ 2 ໃບ ໄປຄໍ້າປະກັນກູ້ຢືມເງິນນໍາ ນາງ ຄູນຄໍາ ຈໍານວນ 50.000.000 ກີບ ແລ້ວຜູ້ກ່ຽວໄດ້ເອົາໃບຕາດິນດັ່ງກ່າວໄປຄໍ້າປະກັນກູ້ຢືມເງິນຈາກພະນັກງານບໍລິສັດ ອີທີແອວ ໄດ້ເງິນ 300.000.000 ກີບ. ແຕ່ຄັ້ງນີ້, ນາງ ຄໍາຫຼັາ ໄດ້ຮັບຮູ້ກ່ຽວກັບຜູ້ກ່ຽວເອົາໃບຕາດິນໄປຄໍ້າປະກັນເອົາເງິນ ຈຶ່ງໄດ້ຂໍໃບຕາດິນຄືນແຕ່ຜູ້ກ່ຽວບໍ່ສົ່ງຄືນ.

ໃນເດືອນດຽວກັນ, ນາງ ອິນທິລາ ໄດ້ເອົາໃບຕາດິນໄປຄໍ້າປະກັນເອົາເງິນນໍາ ນາງ ຄູນຄໍາ ຈໍານວນ 25.000.000 ກີບ. ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ເອົາໃບຕາດິນດັ່ງກ່າວໄປຄໍ້າປະກັນເອົາເງິນນໍາທ້າວ ຄໍານຶງ ຈໍານວນ 550.000 ບາດ. ຫຼັງຈາກນັ້ນ, ໄດ້ປະມານ 1 ເດືອນຕໍ່ມາໄດ້ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ຜ່ານການໄຕສ່ວນໃນຫ້ອງປະຊຸມສານ, ຄົ້ນຄ້ວາບັນດາສໍານວນຄະດີ ແລະ ເອກະສານຕ່າງໆ ທີ່ປະກອບໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ຄະນະສານເຫັນວ່າ: ນາງ ຄູນຄໍາ ມີຄວາມຜິດໃນມາດຕາ 120 ວັກ 2 ທີ່ໄດ້ລະບຸໄວວ່າ:ບຸນຄົນຜູ້ໃດ ຫາກໄດ້ໃຊ້ເລ່ລ່ຽນຕົວະຍົວະຫຼອກລວງ ດ້ວຍວິທີໃດກໍຕາມ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມ ເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 200.000 ກີບ ຫາ 5.000.000 ກີບ.

ໃນກໍລະນີທີ່ຜູ້ກະທໍາຜິດ ຫາກໄດ້ເອົາການສໍ້ໂກງຊັບເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງຕັດອິດສະລະພາບແຕ່ ສອງປີ ຫາ ຫຼ້າປີ ແລະ ຈະຖືກປັບໃໝແຕ່ 500.000ກີບ ຫາ 10.000.000ກີບ.

ດ້ວຍເຫດນີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ວິນິດໄສວ່າ ນາງ ຄູນຄໍາເປັນຜູ້ກະທໍາຜິດແທ້ ໃນສະຖານການການສໍ້ໂກງຊັບຂອງພົນລະເມືອງ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນຕໍ່ໜ້າໂຈດ ແລະ ຈໍາເລີຍ ບອກວ່າ: ຕັດສິນ ນາງ ຄູນຄໍາ ຈໍາຄຸກ 3 ປີ ປັບໃໝ່ 4.500.000 ກີບ ແລະ ໃຊ້ແທນຄ່າເສຍຫາຍໃຫ້ແກ້ໂຈດທາງແພງຕາມຄວາມເສຍຫາຍຕົວຈິງ; ສ່ວນໃບຕາດີນທີ່ຈໍາເລີຍນໍາໄປກໍ້າປະກັນນັ້ນ ແມ່ນໃຫ້ສົ່ງຄືນໃຫ້ແກ້ໂຈດທາງແພງໃຫ້ຄົບຖ້ວນ.