ທ່ານ ໂຣເບີໂຕ ອາເຊເວໂດ ຜູ້ອຳນວຍການອົງການການຄ້າໂລກ (WTO) ກ່າວໃນວັນທີ 5 ກໍລະກົດນີ້ວ່າ: ການເຕີບໃຫຍ່ຂອງເສດຖະກິດໂລກ ກຳລັງຖືກຄຸກຄາມຈາກການທີ່ບັນດາປະເທດມະຫາອຳນາດທາງເສດຖະກິດ ວິວາດຕອບໂຕ້ກັນໄປມາ ພ້ອມທັງຂູ່ວ່າຈະຄວ່ຳບາດການຄ້າຕໍ່ກັນ; ເຊິ່ງຄຳເວົ້າ ແລະ ທ່າທີທັງຫຼາຍເຫຼົ່ານີ້ລະຫວ່າງ ສະຫະລັດ ອາເມລິກາ, ສະຫະພາບເອີຣົບ (EU) ແລະ ຈີນ ຖືເປັນຄວາມສ່ຽງຢ່າງມະຫາສານຕໍ່ລະບົບການຄ້າໂລກ.

ຜູ້ອຳນວຍການ WTO ກ່າວວ່າ: ມີຄວາມວິຕົກກັງວົນເພີ່ມຂຶ້ນຢ່າງຕໍ່ເນື່ອງ ກ່ຽວກັບ ການໃຊ້ມາດຕະການກີດກັນທາງການຄ້າຂອງປະເທດມະຫາອຳນາດເສດຖະກິດ ລວມທັງການຂູ່ກັນໄປມາຂອງ ສະຫະລັດ ອາເມລິກາ ແລະ ບັນດາປະເທດຄູ່ຄ້າ ແລະ ເຮັດໃຫ້ປະຊາຄົມໂລກເກີດຄວາມຢ້ານກົວວ່າ: ທ້າຍທີ່ສຸດແລ້ວ ກໍລະນີພິພາດທີ່ເກີດຂຶ້ນຈະບານປາຍກາຍເປັນສົງຄາມການຄ້າເຕັມຮູບແບບ.

ທັ້ງນີ້, ລາຍງານຂອງ WTO ໄລຍະ 7 ເດືອນ ລະຫວ່າງ ເດືອນຕຸລາ 2017 ແລະ ເດືອນພຶດສະພາ 2018 ລະບຸວ່າ: ກຸ່ມປະເທດ G20 ໄດ້ອອກມາດຕະການກີດກັນທາງການຄ້າໃໝ່ 39 ຂໍ້ ເຊິ່ງລວມເຖິງ ການກຳນົດອັດຕາພາສີສິນຄ້ານຳເຂົ້າປະເທດຕ່າງໆ ໂດຍຖືເປັນການຕັ້ງຂໍ້ກີດກັນທາງການຄ້າເພີ່ມຂຶ້ນ 2 ເທົ່າ ຈາກກ່ອນໜ້ານີ້ ແລະ ມາດຕະການກີດກັນການຄ້ານີ້, ສົ່ງຜົນກະທົບຕໍ່ປະລິມານການຄ້າ ຄິດເປັນມູນຄ່າ 74,1 ພັນລ້ານໂດລາ ເພີ່ມຂຶ້ນຈາກປີຜ່ານມາ ປະມານ 1,5 ເທົ່າ.

ຂະນະທີ່, ກຸ່ມ ອັອກຟອດ ອີໂຄໂນມິກ ລະບຸວ່າ: ຄຳຂູ່ທີ່ຈະຕອບໂຕ້ກັນໄປມາດ້ວຍມາດຕະການພາສີຈາກ ສະຫະລັດ ອາເມລິກາ, ສະຫະພາບເອີຣົບ ແລະ ຈີນ ອາດຈະເຮັດໃຫ້ເກີດການຈັດເກັບພາສີສິນຄ້ານຳເຂົ້າຈາກທົ່ວໂລກຫຼາຍເຖິງ 4%. ມາຈົນເຖິງຕອນນີ້, ເຮົາປະເມີນວ່າ: ອັດຕາການຈັດເກັບພາສີຈະຢູ່ທີ່ 0,3% ຫຼື 60.000 ລ້ານໂດລາສະຫະລັດ ຂອງປະລິມານການຄ້າໂລກ ແຕ່ອາດຈະເພີ່ມຂຶ້ນເປັນຫຼາຍກວ່າ 800.000 ລ້ານໂດລາສະຫະລັດ.