ເຮືອກູ້ໄພເພື່ອມະນຸດທີ່ມີຜູ້ອົບພະຍົບ 60 ຄົນ ໄດ້ຮັບຄວາມຊ່ວຍເຫຼືອອອກຈາກແຄມຝັ່ງລີບີ ມາທຽບທ່າໃນບາເຊໂລນາ ໃນວັນທີ 4 ກໍລະກົດ ທີ່ຜ່ານມາ ພາຍຫຼັງທີ່ ມອນຕາ ແລະ ອີຕາລີ ບໍ່ຮັບເຂົ້າປະເທດ, ນີ້ນັບວ່າເປັນເຫດການຫຼ້າສຸດທີ່ມີຄວາມແຕກແຍກກັນຂອງເອີຣົບ ໃນເລື່ອງຜູ້ອົບພະຍົບ.

ນາຍົກລັດຖະມົນຕີ ເປໂດຣ ຊານເຊສ ຈາກພັກສັງຄົມນິຍົມແອັດສະປາຍ ທີ່ຫາກໍເຂົ້າຮັບຕຳແໜ່ງໃໝ່ ໄດ້ສະເໜີວ່າ: ຈະຮັບຜູ້ອົບພະຍົບພາຍຫຼັງ ອີຕາລີ ແລະ ມອນຕາ ປະຕິເສດ; ຈຳນວນຜູ້ອົບພະຍົບຂ້າມທະເລເມດີເຕີຣານຽນ ຫຼຸດລົງຢ່າງເຫັນໄດ້ຊັດເຈນ ໂດຍມີຜູ້ເດີນທາງຂ້າມທະເລມາເອີຣົບໃນປີນີ້ ປະມານ 45.000 ຄົນ ເມື່ອທຽບກັບປີ 2015 ທີ່ມີຈຳນວນຫຼາຍກວ່າ 1 ລ້ານຄົນ.

ກ່ອນໜ້ານີ້, ສະຫະພາບເອີຣົບ (EU) ຕົກລົງກັນວ່າ: ຈະເຂັ້ມງວດຕາມແນວຊາຍແດນ ແລະ ຈັດສັນຄວາມຊ່ວຍເຫຼືອໃຫ້ຕາເວັນອອກກາງ ແລະ ອາຟຣິກກາເໜືອ ເພື່ອຫຼຸດຈຳນວນຜູ້ອົບພະຍົບ ລວມເຖິງຈັດຕັ້ງສູນພັກອາໄສຮອງຮັບຜູ້ອົບພະຍົບເຂົ້າໃໝ່.