ໜ້າຫຼັກ Tags ຜູ້ອົບພະຍົບ

Tag: ຜູ້ອົບພະຍົບ

ເມັກຊິກ ສົ່ງກຳລັງຄຸມຊາຍແດນ

ເມັກຊິກ ສົ່ງກຳລັງຄຸມຊາຍແດນພາກເໜືອ ສະກັດການອົບພະຍົບໄປ USA

ໃນວັນທີ 25 ມິຖຸນາ ທີ່ຜ່ານມາ, ຜູ້ບັນຊາການກອງທັບ ເມັກຊິກ ຖະແຫຼງວ່າ: ເມັກຊິກ ສົ່ງກຳລັງທະຫານ ແລະ ກອງກຳລັງພິທັກປະເທດ ທີ່ປະຈຳການທາງພາກເໜືອຂອງປະເທດ ລວມເກືອບ 15.000 ຄົນ ໄປສະກັດກັ້ນການອົບພະຍົບຂ້າມຊາຍແດນ ໂດຍຜິດກົດໝາຍ ໄປຍັງ ສະຫະລັດອາເມລິກາ.
ຈຳນວນຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເຖິງ 70.800.000 ຄົນ

ຈຳນວນຜູ້ລີ້ໄພທົ່ວໂລກ ມີເຖິງ 70 ລ້ານຄົນແລ້ວ

ສະຫະປະຊາຊາດ ແລະ ອົງການດ້ານຜູ້ລີ້ໄພນອກແວ ລະບຸ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ວ່າ: ປັດຈຸບັນ, ຈຳນວນຜູ້ລີ້ໄພທົ່ວໂລກ ເພີ່ມຂຶ້ນເຖິງ 70.800.000 ຄົນ ຂະນະທີ່ ປະເທດກຳລັງພັດທະນາ ຕ້ອງຮອງຮັບຜູ້ອົບພະຍົບເຫຼົານີ້ ຫຼາຍກວ່າປະເທດທີ່ພັດທະນາແລ້ວ ຢ່າງປະເທດໃນແຖບຕາເວັນຕົກ.

ກຸ່ມຜູ້ຂໍລີ້ໄພຈາກລິບີ ເດີນທາງເຖິງ ອີຕາລີ ແລ້ວ

ກຸ່ມຜູ້ຂໍລີ້ໄພຈາກປະເທດລິບີ 146 ຄົນ ເດີນທາງມາເຖິງປະເທດອີຕາລີ ແລ້ວ ໃນວັນທີ 29 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ຕາມແຜນມະນຸດສະທຳ ເພື່ອອົບພະຍົບປະຊາຊົນອອກຈາກລິບີ ໂດຍມີ ສະຫະປະຊາຊາດ ຊ່ວຍເຫຼືອ. ໂຄສົກສຳນັກງານຂ້າຫຼວງຜູ້ລີ້ໄພ ແຫ່ງ ສະຫະປະຊາຊາດ UNHCR ຖະແຫຼງວ່າ:

ມຽນມາ ກຽມຮັບ ຊາວໂຣຮິງຢາ ກັບປະເທດ 2.000 ຄົນ ເດືອນພະຈິກ

ເຈົ້າໜ້າທີ່ລະດັບສູງ ມຽນມາ ກ່າວໃນວັນທີ 31 ຕຸລາ ທີ່ຜ່ານມາ ວ່າ: ມຽນມາ ກຽມຮັບຊາວໂຣຮິງຢາ ກຸ່ມທຳອິດ ຈຳນວນ 2.000 ຄົນ ຈາກຄ້າຍຜູ້ອົບພະຍົບ ໃນບັງກະລາເດດ ກັບປະເທດ ເດືອນພະຈິກນີ້ ທ່າມກາງຂໍ້ສົງໄສກ່ຽວກັບການຕົກລົງກັນ. ເຈົ້າໜ້າທີ່ບັງກະລາເດດ...

ເຮືອກູ້ໄພມາເຖິງ ແອັດສະປາຍ ຫຼັງ ອີຕາລີ – ມອນຕາ ປະຕິເສດ

ເຮືອກູ້ໄພເພື່ອມະນຸດທີ່ມີຜູ້ອົບພະຍົບ 60 ຄົນ ໄດ້ຮັບຄວາມຊ່ວຍເຫຼືອອອກຈາກແຄມຝັ່ງລີບີ ມາທຽບທ່າໃນບາເຊໂລນາ ໃນວັນທີ 4 ກໍລະກົດ ທີ່ຜ່ານມາ ພາຍຫຼັງທີ່ ມອນຕາ ແລະ ອີຕາລີ ບໍ່ຮັບເຂົ້າປະເທດ, ນີ້ນັບວ່າເປັນເຫດການຫຼ້າສຸດທີ່ມີຄວາມແຕກແຍກກັນຂອງເອີຣົບ ໃນເລື່ອງຜູ້ອົບພະຍົບ. ນາຍົກລັດຖະມົນຕີ ເປໂດຣ ຊານເຊສ ຈາກພັກສັງຄົມນິຍົມແອັດສະປາຍ ທີ່ຫາກໍເຂົ້າຮັບຕຳແໜ່ງໃໝ່ ໄດ້ສະເໜີວ່າ: ຈະຮັບຜູ້ອົບພະຍົບພາຍຫຼັງ ອີຕາລີ ແລະ...

ນາຍົກປັອກຕຸຍການ ຂໍຮັບຜູ້ອົບພະຍົບເພີ່ມ ສວນທາງກັບປະເທດໃນເອີຣົບ

ນາຍົກລັດຖະມົນຕີ ອັນໂຕນິໂອ ຄອສຕາ ຂອງ ປັອກຕຸຍການ ກ່າວໃນວັນທີ 2 ກໍລະກົດ ທີ່ຜ່ານມາວ່າ: ປັອກຕຸຍການຂໍຮັບຜູ້ອົບພະຍົບເພີ່ມ ແລະ ບໍ່ກັງວົນກັບການຮັບຊາວຕ່າງດ້າວ ຂະນະທີ່ປະເທດອື່ນໆໃນເອີຣົບ ພະຍາຍາມຫຼຸດຈຳນວນຜູ້ອົບພະຍົບທີ່ຫຼັ່ງໄຫຼກັນເຂົ້າມາ. ຄຳກ່າວຂອງນາຍົກລັດຖະມົນຕີ ປັອກຕຸຍການ ໃນກອງປະຊຸມ ໃນເດືອນພຶດສະພາ ຜ່ານມາ ຮຽກສຽງຕົບມືຈາກກຸ່ມນັກເຄື່ອນໄຫວເພື່ອສິດທິ ເຊິ່ງກົງກັນຂ້າມກັບປະເທດສ່ວນໃຫຍ່ໃນເອີຣົບ ທີ່ພະຍາຍາມສະກັດກັ້ນຜູ້ອົບພະຍົບຈຳນວນຫຼາຍ. ໃນໄລຍະເວລານີ້, ປັອກຕຸຍການ ກຳລັງຕ້ອງການຮັບຜູ້ອົບພະຍົບ...