ເມັກຊິກ ສົ່ງກຳລັງຄຸມຊາຍແດນ
ເມັກຊິກ ສົ່ງກຳລັງຄຸມຊາຍແດນ

ໃນວັນທີ 25 ມິຖຸນາ ທີ່ຜ່ານມາ, ຜູ້ບັນຊາການກອງທັບ ເມັກຊິກ ຖະແຫຼງວ່າ: ເມັກຊິກ ສົ່ງກຳລັງທະຫານ ແລະ ກອງກຳລັງພິທັກປະເທດ ທີ່ປະຈຳການທາງພາກເໜືອຂອງປະເທດ ລວມເກືອບ 15.000 ຄົນ ໄປສະກັດກັ້ນການອົບພະຍົບຂ້າມຊາຍແດນ ໂດຍຜິດກົດໝາຍ ໄປຍັງ ສະຫະລັດອາເມລິກາ.

ເມັກຊິກ ກຳລັງພະຍາຍາມຫາທາງສະກັດກັ້ນຄື້ນຜູ້ອົບພະຍົບ ຈາກປະເທດທີ່ສາມ ທີ່ໃຊ້ຊາຍແດນ ເມັກຊິກ ຜ່ານເຂົ້າໄປຍັງ ສະຫະລັດອາເມລິກາ ເຊິ່ງ ປະທານາທິບໍດີ ໂດໂນ ທຣຳ ໃຫ້ຄວາມສຳຄັນໃນການຄຸມເຂັ້ມ ຕາມແນວຊາຍແດນ ແລະ ຂູ່ຈະໃຊ້ມາດຕະການພາສີຕໍ່ສິນຄ້າຂອງເມັກຊິກ ຫາກ ເມັກຊິກ ບໍ່ສະກັດກັ້ນຜູ້ອົບພະຍົບ.

ຜູ້ບັນຊາການກອງທັບ ເມັກຊິກ ກ່າວວ່າ:

ກຳລັງທະຫານດັ່ງກ່າວ ຈະຄອຍໃຫ້ການສະໜັບສະໜູນ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໃນການສະກັດກັ້ນຜູ້ອົບພະຍົບເຫຼົ່ານັ້ນ.

ທັ້ງນີ້, ໂດຍປົກກະຕິ ເມັກຊິກ ຈະບໍ່ໃຊ້ ກອງກຳລັງຄວາມໝັ້ນຄົງ ໃນການສະກັດກັ້ນຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ ທີ່ເດີນທາງໄປຍັງ ສະຫະລັດອາເມລິກາ ແຕ່ເນື່ອງຈາກວ່າ ພາບທີ່ຕຳຫຼວດ ຈັບກຸມຍິງຊາວກຸຍບາ ແລະ ອາເມລິກາກາງ ຢູ່ທີ່ຊາຍແດນ ໃນ 2-3 ມື້ຜ່ານມາ ກໍ່ເກີດສຽງວິພາກວິຈານຢ່າງຫຼວງຫຼາຍ.

ສ່ວນ ອະດີດເຈົ້າໜ້າທີ່ດ້ານຄວາມໝັ້ນຄົງຂອງເມັກຊິກ ກ່າວວ່າ:

ເມັກຊິກ ບໍ່ເຄີຍໃຊ້ ກອງກຳລັງຄວາມໝັ້ນຄົງ ໃນລັກສະນະນີ້ມາກ່ອນ, ພ້ອມທັງກ່າວຕຳນິວ່າ ເປັນຜົນມາຈາກຄຳຂູ່ຂອງ ປະທານາທິບໍດີ ທຣຳ ທີ່ຈະຂຶ້ນພາສີສິນຄ້າຈາກເມັກຊິກ.

ນອກຈາກນີ້, ເມັກຊິກ ກໍໄດ້ຕົກລົງໄວ້ ໃນວັນທີ 7 ມິຖຸນາ ທີ່ຜ່ານມາ ວ່າ: ຈະຫຼຸດຈຳນວນຜູ້ອົບພະຍົບ ທີ່ຂ້າມຊາຍແດນໄປຍັງ ສະຫະລັດອາເມລິກາ ພາຍໃນ 45 ມື້.