ໃນວັນທີ 24 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ສະເຕຣມທາມ ລາຍງານວ່າ:

ເກີດເຫດຂົວລົດໄຟຂ້າມຄອງ ໃນເຂດມູນວິບາຊາ ທາງທິດຕາເວັນອອກສຽງເໜືອຂອງ ບັງກຼາເດດ ພັງຖະຫຼົ່ມ ໃນຕອນຄໍ່າຂອງວັນທີ 23 ມິຖຸນາ ທີ່ຜ່ານມາ, ເຫດດັ່ງກ່າວ ສົ່ງຜົນໃຫ້ລົດໄຟ ຖ້ຽວອຸພາບັນເອັກເພຣສ ເສັ້ນທາງເມືອງສີເລດ-ນະຄອນຫຼວງທາກາ ເຊິ່ງກຳລັງແລ່ນຜ່ານຂົວດັ່ງກ່າວ ຕົກລົງໄປໃນຄອງ.

ປັດຈຸບັນ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 5 ຄົນ ແລະ ອີກ 67 ຄົນ ໄດ້ຮັບບາດເຈັບ ໃນຈຳນວນນີ້ 21 ຄົນ ມີອາການສາຫັດ ແລະ ຖືກນຳຕົວສົ່ງໂຮງໝໍ ໃນພື້ນທີ່ໃກ້ຄຽງແລ້ວ.

ເຫດລົດໄຟຕົກຄອງ
ເຫດລົດໄຟຕົກຄອງ

ເບື້ອງຕົ້ນ ທາງການລົດໄຟ ສາຍຕາເວັນອອກສຽງເໜືອ ສັ່ງປິດໃຫ້ບໍລິການເປັນການຊົ່ວຄາວແລ້ວ ເພື່ອເລັ່ງສອບສວນຫາສາເຫດ.