ໃນໂອກາດທີ່ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນອາທິດຜ່ານມາ ໃຫ້ກຽດຕ້ອນຮັບໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ ພ້ອມຄະນະພັກ-ຄະນະນໍາ ບັນດາພະແນກການອ້ອມຂ້າງແຂວງ, ທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະນຳແຂວງຄຳມ່ວນ ເອົາໃຈໃສ່ຊຸກຍູ້-ສົ່ງເສີມການຜະລິດກະສິກຳຕາມແນວທາງນະໂຍບາຍຂອງພັກ ເພື່ອແນໃສ່ຮັບປະກັນທາງດ້ານສະບຽງອາຫານຂອງປະຊາຊົນໃຫ້ພຽງພໍກັບຄວາມຕ້ອງການ ແລະ ຂາຍເປັນສິນຄ້າ.

ທ່ານ ປອ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນຳຕໍ່ຄະນະພັກ-ຄະນະນໍາ ກໍຄືສະມະຊິກພັກ -ພະນັກ ງານຫຼັກແຫຼ່ງແຂວງຄໍາມ່ວນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳແຂວງ, ເມືອງທີ່ໄດ້ມີຄວາມຕັດສິນໃຈສູງໃນການຊີ້ນຳ-ນຳພາວຽກງານຮອບດ້ານ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານໃນຂົງເຂດການຜະລິດກະສິກໍາ ເຊິ່ງເປັນທ່າແຮງທີ່ພົ້ນເດັ່ນຂອງແຂວງຄໍາມ່ວນ ແລະ ໄດ້ເນັ້ນໜັກບາງບັນຫາຕໍ່ຄະນະພັກ-ຄະນະນໍາ, ອໍານາດການປົກຄອງແຕ່ລະຂັ້ນ ໃຫ້ພ້ອມກັນສືບຕໍ່ຊຸກຍູ້ບັນດາຂະແໜງການອ້ອມຂ້າງແຂວງ ແລະ ທ້ອງຖິ່ນ ໃນການສົ່ງເສີມການຜະລິດກະສິກໍາຕາມນະໂຍບາຍຂອງລັດຖະບານທີ່ກໍານົດເອົາແຂວງເປັນແຂວງປະຕິບັດແຜນງານຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຄອບຄົວຊາວກະສິກອນ ຫຼື ຜູ້ປະກອບການໄດ້ເຂົ້າເຖິງແຫຼ່ງທຶນ, ເຕັກນິກທີ່ທັນສະໄໝ, ແນວພັນພຶດຕ່າງໆ ແລະ ຊຸກຍູ້ຊາວກະສິກອນປັກດໍາເຂົ້ານາປີ ແລະ ປູກພືດລະດູຝົນໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການ ໄປຄຽງຄູ່ກັບການສ້າງຂະບວນການກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກແຕ່ລະຂັ້ນໃຫ້ທ່ວງທັນຕາມເວລາທີ່ໄດ້ກໍານົດໄວ້ ທັງດ້ານເນື້ອໃນ ແລະ ຂະບວນການໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.

ໃນໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຄໍາມ່ວນ ໄດ້ລາຍງານກ່ຽວ ກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະ ກິດ-ສັງຄົມ, ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງໃນໄລຍະ 6 ເດືອນ ຕົ້ນປີ 2019 ແລະ ການກະກຽມກອງປະຊຸມ 3 ຂັ້ນຂອງອົງຄະນະພັກ ແຂວງຄໍາມ່ວນ ໃຫ້ທ່ານຮອງນາຍົກຮັບຮູ້; ເຊິ່ງໄລຍະຜ່ານມາ, ຄະນະພັກ-ຄະນະນໍາ, ອໍານາດການປົກຄອງແຂວງຄໍາມ່ວນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາແຕ່ລະຂະແໜງການມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ ເນື່ອງ; ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໃນປີ 2019 ແຂວງ ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 341 ໂຄງການ. ມາຮອດປັດຈຸບັນ, ປະຕິບັດໄດ້ 261 ໂຄງ ການ, ເທົ່າກັບ 35% ຂອງມູນຄ່າທີ່ອະ ນຸມັດ; ໃນຂົງເຂດການຜະລິດກະສິກໍາເພື່ອຟື້ນຟູຜົນກະທົບຈາກນໍ້າຖ້ວມ ແລະ ຕອບສະໜອງດ້ານສະບຽງອາ ຫານ, ຄະນະພັກ-ຄະນະນໍາ, ອໍານາດການປົກຄອງຂັ້ນ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ປະຊາຊົນສຸມໃສ່ໃນການຜະລິດລະດູແລ້ງ ໂດຍສຸມໃສ່ປັບປຸງລະບົບຊົນລະປະທານ ເພື່ອຕອບສະໜອງແກ່ການຜະລິດເຂົ້ານາແຊງຕາມ ແຜນ ການແມ່ນໃຫ້ໄດ້ 10.000 ເຮັກຕາ, ປະຕິບັດຕົວຈິງໄດ້ເຖິງ 10.078 ເຮັກຕາ ຖືວ່າລື່ນແຜນການ, ສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 55.930 ໂຕນ, ດ້ວຍສະມັດຕະພາບ 5,55 ໂຕນຕໍ່ເຮັກຕາ, ການປູກພືດລະດູແລ້ງປະຕິບັດໄດ້ 8.864 ເຮັກຕາ, ເທົ່າກັບ 91,29% ຂອງແຜນການ, ແຜນການຜະລິດເຂົ້ານາປີທັງໝົດ 84.650 ເຮັກຕາ. ມາຮອດປັດຈຸບັນ, ຊາວກະສິກອນປັກດໍາເຂົ້ານາປີໄດ້ແລ້ວ 21.175 ເຮັກຕາ, ເທົ່າກັບ 25% ແລະ ການລ້ຽງສັດແມ່ນມີການຂະຫຍາຍຕົວສາມາດຕອບສະໜອງຊີ້ນ, ປາ, ອາຫານຢູ່ພາຍໃນແຂວງ ໄດ້ຢ່າງພຽງພໍ ແລະ ສົ່ງອອກຕ່າງແຂວງ ແລະ ຕ່າງປະເທດອີກຈໍານວນໜຶ່ງ.

ສຳລັບການກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກແຂວງໄດ້ມີການກໍານົດ ແລະ ມອບໝາຍໃຫ້ຄະນະຮັບຜິດຊອບເປັນແຕ່ລະຂັ້ນແຕ່ລະຂະແໜງການຢ່າງລະອຽດແລ້ວໃນການລົງຊຸກຍູ້ຂະ ບວນການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງຢູ່ 10 ເມືອງ ແລະ ບັນດາຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງ; ໂດຍໃນທົ່ວແຂວງມີທັງໝົດ 10 ອົງຄະນະພັກເມືອງ, 2 ອົງຄະນະພັກ ປກຊ-ປກສ, ມີທັງໝົດ 1.072 ໜ່ວຍພັກ (ຂັ້ນແຂວງ 87 ໜ່ວຍພັກ, ຂັ້ນເມືອງ 985 ໜ່ວຍ ພັກ). ໃນນີ້, ສໍາເລັດການດໍາເນີນກອງປະຊຸມແລ້ວ 938 ໜ່ວຍພັກ (ຂັ້ນແຂວງ 14 ໜ່ວຍພັກ, ຂັ້ນເມືອງ 914 ໜ່ວຍພັກ), ຜົນສໍາເລັດດັ່ງກ່າວນີ້ໄດ້ເປັນພື້ນຖານໃຫ້ການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃນຕໍ່ໜ້າ, ເຊິ່ງຄາດວ່າກອງປະຊຸມໃຫຍ່ອົງຄະນະພັກເມືອງແມ່ນຈະໄດ້ເລີ່ມດໍາເນີນໃນເດືອນກັນຍາ 2019 ເປັນຕົ້ນໄປ.