ນັກສຳຫຼວດ ພົບສັດສູນພັນຈຳນວນຫຼາຍ ທີ່ນະຄອນສີຂາວ ໃນປ່າເລິກອາເມລິກາກາງ

0
828

ໃນວັນທີ 24 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ເດລີເມວ ລາຍງານວ່າ: ນັກສຳຫຼວດ ຕ່າງຕົກໃຈຫຼັງພົບສັດຫຼາຍຊະນິດ ທີ່ເຄີຍຄິດວ່າ ສູນພັນໄປແລ້ວໃນພື້ນທີ່ ເມືອງສາບສູນແຫ່ງເທບພະເຈົ້າວານອນ ທີ່ຢູ່ເລິກເຂົ້າໄປໃນກາງປ່າດົງດິບ ມອສຄວິເຄຍ ປະເທດຮອນດູຣັສ ໃນທະວີບອາເມລິກາກາງ.

ການຄົ້ນພົບດັ່ງກ່າວ ເປັນຜົນງານຂອງ ຄະນະນັກສຳຫຼວດ ຈາກ ໂຄງການປະເມີນສິ່ງແວດລ້ອມຕໍ່ເນື່ອງ (RAP) ຂອງ ອົງກອນພິທັກສິ່ງແວດລ້ອມນາໆຊາດ ໂດຍພົບສັດທີ່ຄາດຄະເນວ່າ ສູນພັນໄປແລ້ວເຖິງ 3 ຊະນິດ ໄດ້ແກ່: ເຈຍໜ້າຂາວ (pale-faced-bat) ເຊິ່ງບໍ່ໄດ້ພົບມາດົນກວ່າ 75 ປີແລ້ວ ໃນຮອນດູຣັສ, ຕໍ່ມາເປັນ ງູຕົ້ນໄມ້ປອມສີປະກາລັງ (false tree coral snake) ພົບຄັ້ງສຸດທ້າຍໃນປີ 1965 ແລະ ດ້ວງເສືອ (tiger beetle) ເຊິ່ງເຄີຍພົບພຽງຄັ້ງດຽວໃນໂລກ ທີ່ປະເທດນິກາຣາກົວ ແລະ ຄາດວ່າສູນພັນໄປແລ້ວ.

ເຈຍໜ້າຂາວ (pale-faced-bat) ເຊິ່ງບໍ່ໄດ້ພົບມາດົນກວ່າ 75 ປີແລ້ວ ໃນຮອນດູຣັສ
ເຈຍໜ້າຂາວ (pale-faced-bat) ເຊິ່ງບໍ່ໄດ້ພົບມາດົນກວ່າ 75 ປີແລ້ວ ໃນຮອນດູຣັສ

ທ່ານ ທຣອນ ລາເຊນ ໜຶ່ງໃນຄະນະນັກສຳຫຼວດ ກ່າວວ່າ:

ທາງທີມສຳຫຼວດ ຮູ້ສຶກຕົກໃຈຫຼາຍກັບການຄົ້ນພົບເຖິງຄວາມສົມບູນແບບຂອງລະບົບນິເວດແຫ່ງນີ້ ແລະ ຄວາມຫຼາກຫຼາຍທາງຊີວະພາບ, ມີສັດຫຼາຍສາຍພັນທີ່ຄາດວ່າ ສູນພັນໄປດົນຫຼາຍແລ້ວ ໂດຍພື້ນທີ່ນີ້ ຖືວ່າເປັນໜຶ່ງໃນສະຖານທີ່ສຸດທ້າຍ ທີ່ມີຄວາມສົມບູນທາງທຳມະຊາດຂອງ ອາເມລິກາກາງ.

ງູຕົ້ນໄມ້ປອມສີປະກາລັງ (false tree coral snake) ພົບຄັ້ງສຸດທ້າຍໃນປີ 1965
ງູຕົ້ນໄມ້ປອມສີປະກາລັງ (false tree coral snake) ພົບຄັ້ງສຸດທ້າຍໃນປີ 1965

ເມືອງສາບສູນແຫ່ງເທບພະເຈົ້າວານອນ ເປັນນະຄອນໂບຮານ ຕາມເລື່ອງເລົ່າຂອງຊົນເຜົ່າຮອນດູຣັສ ແລະ ນັກສຳຫຼວດຊາວແອັດສະປາຍ ລະບຸເຖິງ ມະຫານະຄອນສີຂາວ ທີ່ເຕັມໄປດ້ວຍສົມບັດມາຫາສານ ຖືກຫາບສາບສູນໄປໃນປ່າຕຶບ ມອສຄວິເຕຍ ແລະ ເຄີຍສ້າງເປັນຮູບເງົາມາແລ້ວ.

ນະຄອນໂບຮານດັ່ງກ່າວ ຫາກໍຖືກຄົ້ນພົບໃນປີ 2015 ຈາກການຊ້ອນຢູ່ກາງປ່າດົງດິບທີ່ມີຄວາມໜາທຶບທີ່ສຸດໃນໂລກ ແລະ ອ້ອມຮອບດ້ວຍຜາຊັນຮອບດ້ານ ດົນກວ່າ 600 ປີ ຈຶ່ງນຳມາສູ່ການສົ່ງນັກສຳຫຼວດ ເຂົ້າໄປປະເມີນລະບົບນິເວດ ແລະ ຫຼ້າສຸດ ພົບສັດຈຳນວນ 22 ຊະນິດ ທີ່ບໍ່ເຄີຍປະກົດຢູ່ໃນບັນທຶກການຄົ້ນພົບ ໃນຮອນດູຣັສ ມາກ່ອນ.

ປາຊະນິດໃໝ່ ໃນຕະກຸນ ປາສອດ ຫຼື ພໍຊິລິເດ (Poeciliidae)
ປາຊະນິດໃໝ່ ໃນຕະກຸນ ປາສອດ ຫຼື ພໍຊິລິເດ (Poeciliidae)

ນອກຈາກນີ້, ນັກສຳຫຼວດ ຍັງຕົກໃຈກັບການຄົ້ນພົບປາຊະນິດໃໝ່ ໃນຕະກຸນ ປາສອດ ຫຼື ພໍຊິລິເດ (Poeciliidae), ໂຕເພກຄາຣີປາກຂາວ ເຊິ່ງເປັນສັດທີ່ມີລັກສະນະຄ້າຍກັບໝູ ພວກມັນມີຄວາມໄວຕໍ່ປ່າທີ່ຖືກທຳລາຍ ແລະ ລະບົບນິເວດທີ່ເຊື່ອມສະພາບ ເຄີຍພົບໄດ້ຕາມປ່າດົງດິບ ທົ່ວອາເມລິກາກາງ ແຕ່ຫາຍໄປດົນແລ້ວ.

ໂຕເພກຄາຣີປາກຂາວ ເຊິ່ງເປັນສັດທີ່ມີລັກສະນະຄ້າຍກັບໝູ
ໂຕເພກຄາຣີປາກຂາວ ເຊິ່ງເປັນສັດທີ່ມີລັກສະນະຄ້າຍກັບໝູ

ໂຕເພກຄາຣີດັ່ງກ່າວ ເປັນອາຫານຂອງສັດນັກລ່າ ຢ່າງເຊັ່ນ: ເສືອຈາກົວ ແລະ ເສືອພູມ່າ ທີ່ພົບໃນປ່າແຫ່ງນີ້ດ້ວຍ ເຊິ່ງຖືວ່າເປັນສິ່ງທີ່ສະທ້ອນເຖິງ ຄວາມສົມບູນແບບຂອງຕ່ອງໂສ້ອາຫານ ທີ່ຫາເບິ່ງໄດ້ຍາກໃນປັດຈຸບັນ. ນອກນີ້, ຄະນະນັກສຳຫຼວດ ຍັງຄົ້ນພົບ ແມງກະເບື້ອ ແລະ ມອດ (ແມງກະເບື້ອກາງຄືນ) 246 ຊະນິດ, ເຈຍ 30 ຊະນິດ ແລະ ສັດເລືອຄານ 57 ຊະນິດ.

ນອກຈາກສັດແລ້ວ ຍັງພົບພືດອີກ 58 ຊະນິດ; ໃນຈຳນວນນີ້, ບາງສ່ວນມີຄວາມສຳຄັນໃນການສຶກສາ ເພາະເປັນພືດທີ່ຊົນເຜົ່າໂບຮານ ໃນພື້ນທີ່ເມໂສອາເມລິກາ (ອາເມລິກາກາງ) ໃຊ້ໃນວິຖີຊີວິດ ເຊັ່ນ: ເມັດໂກໂກ້ສາຍພັນໂບຮານ ເຊິ່ງ ທ່ານ ລາເຊນ ຢໍ້າເຖິງຄວາມສຳຄັນໃນການປົກປັກຮັກສາລະບົບນິເວດ ໃນພື້ນທີ່ດັ່ງກ່າວ.

ສັດນັກລ່າ: ເສືອຈາກົວ ແລະ ເສືອພູມ່າ
ສັດນັກລ່າ: ເສືອຈາກົວ ແລະ ເສືອພູມ່າ

ດຣ ຈອນ ໂປລິຊາ ຜູ້ປະສານງານ ໂຄງການອະນຸລັກລະບົບນິເວດເສືອຈາກົວ ແລະ ໜຶ່ງໃນສະມາຊິກຄະນະນັກສຳຫຼວດ ລະບຸວ່າ: ສະຖານທີ່ແຫ່ງນີ້ ເປັນລະບົບນິເວດທີ່ດີທີ່ສຸດ ໃນການເຮັດວຽກສຳຫຼວດດົນເຖິງ 14 ປີ ຂອງຕົນ.

“ສິ່ງທີ່ໂດດເດັ່ນທີ່ສຸດຂອງລະບົບນິເວດແຫ່ງນີ້ ຄື ຄວາມສົມບູນຂອງຕ່ອງໂສ້ອາຫານ ໂດຍມີສັດກິນຊີ້ນຂະໜາດໃຫຍ່ ເຊິ່ງເປັນສິ່ງທີ່ຫາໄດ້ຍາກຫຼາຍ ໃນພາກພື້ນອາເມລິກາກາງ ປັດຈຸບັນ”.