ຊາວມຸດສະລິມໂຣຮິງຢາ

ເຈົ້າໜ້າທີ່ລະດັບສູງ ມຽນມາ ກ່າວໃນວັນທີ 31 ຕຸລາ ທີ່ຜ່ານມາ ວ່າ: ມຽນມາ ກຽມຮັບຊາວໂຣຮິງຢາ ກຸ່ມທຳອິດ ຈຳນວນ 2.000 ຄົນ ຈາກຄ້າຍຜູ້ອົບພະຍົບ ໃນບັງກະລາເດດ ກັບປະເທດ ເດືອນພະຈິກນີ້ ທ່າມກາງຂໍ້ສົງໄສກ່ຽວກັບການຕົກລົງກັນ.

ເຈົ້າໜ້າທີ່ບັງກະລາເດດ ແລະ ມຽນມາ ຖະແຫຼງການວ່າ: ຕັ້ງແຕ່ເດືອນພະຈິກ ເປັນຕົ້ນໄປ ຈະເລີ່ມຂະບວນການສົ່ງຊາວມຸດສະລິມໂຣຮິງຢາ ສ່ວນໜຶ່ງຈາກຈຳນວນ 720.000 ຄົນ ເຊິ່ງອົບພະຍົບໜີຄວາມຮຸນແຮງ ໃນລັດຢະໄຂ່ ໃນປີທີ່ຜ່ານມາ ກັບປະເທດ. ໂດຍ ທ່ານ ມິ້ນ ຕູ ລັດຖະມົນຕີກະຊວງການຕ່າງປະເທດ ມຽນມາ ໄດ້ໄປຢ້ຽມຢາມທີ່ຄ້າຍຜູ້ອົບພະຍົບ ໃນເມືອງຄອກບາຊາ ຂອງບັງກະລາເດດ ໃນວັນທີ 31 ຕຸລາ ເພື່ອຫາລືຂະບວນການສົ່ງກັບຜູ້ອົບພະຍົບ.

         ແນວໃດກໍຕາມ, ຜູ້ອົບພະຍົບຊາວໂຣຮິງຢາ ສ່ວນໃຫຍ່ຕັ້ງເງື່ອນໄຂ ວ່າ: ຈະຍອມກັບປະເທດ ຫາກໄດ້ສັນຊາດມຽນມາ ແລະ ມີສິດຕາມກົດໝາຍຢ່າງສົມບູນ; ທັ້ງນີ້, ທ່ານ ຕູ ກ່າວອີກວ່າ: ມຽນມາ ກວດພິສູດລາຍຊື່ທີ່ສາມາດຢືນຢັນໄດ້ 5.000 ຄົນ ຕາມລາຍຊື່ຊາວໂຣຮິງຢາ 8.032 ຄົນ ທີ່ທາງການບັງກະລາເດດ ສົ່ງມອບໃຫ້ ໃນເດືອນກຸມພາ ຜ່ານມາ.