ການອົບພະຍົບ ຜູ້ຂໍລີ້ໄພ ໄປຍັງປະເທດອີຕາລີ ຢ່າງຮີບດ່ວນ

ກຸ່ມຜູ້ຂໍລີ້ໄພຈາກປະເທດລິບີ 146 ຄົນ ເດີນທາງມາເຖິງປະເທດອີຕາລີ ແລ້ວ ໃນວັນທີ 29 ເມສາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ຕາມແຜນມະນຸດສະທຳ ເພື່ອອົບພະຍົບປະຊາຊົນອອກຈາກລິບີ ໂດຍມີ ສະຫະປະຊາຊາດ ຊ່ວຍເຫຼືອ.

ໂຄສົກສຳນັກງານຂ້າຫຼວງຜູ້ລີ້ໄພ ແຫ່ງ ສະຫະປະຊາຊາດ UNHCR ຖະແຫຼງວ່າ:

ນັບເປັນການອົບພະຍົບປະຊາຊົນ ຄັ້ງທີ 5 ຕັ້ງແຕ່ປີ 2017, ເຊິ່ງການອົບພະຍົບທາງເຮືອບິນ ໃນກ່ອນໜ້ານີ້ ແມ່ນໄດ້ນຳຜູ້ອົບພະຍົບໄປທີ່ປະເທດນີເຈີ ແລະ ປະເທດອື່ນໆ;

ແຕ່ຄັ້ງນີ້ ເປັນການອົບພະຍົບຢ່າງຮີບດ່ວນ ເພາະຕ້ອງແຂ່ງກັບເວລາ ຂະນະທີ່ມີຜູ້ຕ້ອງການລີ້ໄພລວມ 3.300 ຄົນ ທີ່ຕ້ອງອາໄສຢູ່ພາຍໃນສູນຜູ້ລີ້ໄພ ແລະ ຕ້ອງການອົບພະຍົບໄປຍັງສະຖານທີ່ປອດໄພ ຢ່າງຮີບດ່ວນ.

ກຸ່ມທີ່ເດີນທາງມາເຖິງຖານທັບອາກາດ ນະຄອນຫຼວງໂຣມ ນີ້ ເປັນຜູ້ຊາຍ 78 ຄົນ ແລະ ຍິງ 60 ຄົນ ໃນຈຳນວນນີ້ເປັນເດັກໜ້ອຍ ແລະ ເຍົາວະຊົນ 68 ຄົນ ໂດຍມີ 46 ຄົນ ທີ່ບໍ່ມີຜູ້ປົກຄອງມານຳ.