ພະຍາດຫັດລະບາດຢ່າງໜັກ ໃນ ສະຫະລັດອາເມລິກາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ເມສາ ທີ່ຜ່ານມາ ວ່າ: ພະຍາດຫັດລະບາດໜັກ ໃນ ສະຫະລັດອາເມລິກາ ເລີ່ມຕັ້ງແຕ່ຕົ້ນປີນີ້ແລ້ວ ຫຼ້າສຸດມີຜູ້ຕິດເຊື້ອ ຈຳນວນຫຼາຍກວ່າ 700 ຄົນ ເຊິ່ງຖືເປັນສະຖິຕິສູງທີ່ສຸດ ນັບຕັ້ງແຕ່ປີ 1994; ຂະນະທີ່ ມະຫາວິທະຍາໄລຊື່ດັງສອງແຫ່ງ ໃນນະຄອນລອສແອງເຈລິສ ລັດຄາລິຟໍເນຍ ຍັງຄົງກັກບໍລິເວນນັກສຶກສາ ເກືອບ 700 ຄົນ ເພື່ອປ້ອງກັນການລະບາດຄັ້ງໃຫຍ່ຂອງເຊື້ອພະຍາດຫັດ.

ສູນປ້ອງກັນ ແລະ ຄວບຄຸມພະຍາດຂອງ ສະຫະລັດອາເມລິກາ (CDC) ອອກຖະແຫຼງການວ່າ:

ຜູ້ຕິດເຊື້ອພະຍາດຫັດໃນປະເທດ ຢ່າງເປັນທາງການ ຢູ່ທີ່ 704 ຄົນ ແລະ ພົບຜູ້ຕິດເຊື້ອໃນ 22 ລັດ ຖືວ່າເພີ່ມຂຶ້ນ 1,3% ຈາກ 695 ຄົນ ໃນອາທິດຜ່ານມາ ແລະ ຖືເປັນສະຖິຕິສູງທີ່ສຸດຄັ້ງໃໝ່ ນັບຕັ້ງແຕ່ທີ່ ກະຊວງສາທາລະນະສຸກ ເຄີຍປະກາດໃຫ້ພະຍາດຫັດ ໝົດໄປຈາກປະເທດ ໃນປີ 2000.

ລັດທີ່ມີການແຜ່ລະບາດສູງສຸດຄື ລັດນິວເຈີຊີ ແລະ ລັດນິວຢອກ ທີ່ຕັ້ງຂອງນະຄອນນິວຢອກ ເມືອງທີ່ມີປະຊາກອນອາໄສຢູ່ຫຼາຍທີ່ສຸດ ໃນ ສະຫະລັດອາເມລິກາ ແລະ ເຂດທີ່ລະບາດໜັກທີ່ສຸດຄື ເຂດບຣູກລິນ.

ຂະນະທີ່, ໂຄສົກ ມະຫາວິທະຍາໄລ ຄາລິຟໍເນຍ ໃນນະຄອນລອສແອງເຈລິສ ກ່າວວ່າ:

ທາງມະຫາວິທະຍາໄລ ໄດ້ສັ່ງໃຫ້ເຈົ້າໜ້າທີ່ 106 ຄົນ ແລະ ນັກສຶກສາ 550 ຄົນ ຢູ່ແຕ່ໃນເຂດທີ່ພັກອາໄສ ແລະ ຫຼີກລ່ຽງການສຳພັດຕິດຕໍ່ກັບຜູ້ອື່ນ ເຊັ່ນດຽວກັບ ຢູນີເວີຊິຕີ ອັອບ ຄາລິຟໍເນຍ ວິທະຍາເຂດ ລອສແອງເຈລິສ ສັ່ງກັກບໍລິເວນນັກສຶກສາ ແລະ ເຈົ້າໜ້າທີ່ ລວມ 30 ຄົນ ເຊັ່ນກັນ.