ຂ່າວຕ່າງປະເທດ ລາຍງານ ໃນວັນທີ 29 ເມສາ ທີ່ຜ່ານມາ ວ່າ: ອິນໂດເນເຊຍ ມັກປະເຊີນກັບ ດິນເຈື່ອນ ແລະ ນໍ້າຖ້ວມ ເປັນປະຈຳທຸກປີ ໂດຍສະເພາະໃນໄລຍະເດືອນຕຸລາ – ເມສາ ເຊິ່ງຈະເປັນໄລຍະທີ່ຝົນຕົກໜັກຫຼາຍ.

ສຳນັກງານບັນເທົາໄພພິບັດແຫ່ງຊາດ ລາຍງານຢືນຢັນຈຳນວນຜູ້ເສຍຊີວິດ ມີ 29 ຄົນ ສູນຫາຍ 13 ຄົນ ຫຼັງຈາກພາຍຸຝົນພັດຖະຫຼົ່ມຕໍ່ເນື່ອງມາຫຼາຍມື້ ຢູ່ທີ່ເກາະສຸມາດຕຣາ, ປະຊາຊົນປະມານ 12.000 ຄົນ ໄດ້ຮັບການອົບພະຍົບອອກຈາກພື້ນທີ່ປະສົບອຸທົກກະໄພ ໃນແຂວງເບງກູລູ ເຊິ່ງອາຄານບ້ານເຮືອນພັງເສຍຫາຍຫຼາຍຮ້ອຍຫຼັງ, ຂົວ ແລະ ຖະໜົນ ໄດ້ຮັບຄວາມເສຍຫາຍ ເຊັ່ນກັນ.

ເຂດເບງກູລູ ເຕນກາ ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ ໂດຍມີລາຍງານຜູ້ເສຍຊີວິດເຖິງ 22 ຄົນ, ສັດລ້ຽງຫຼົ້ມຕາຍຫຼາຍຮ້ອຍຕົວ, ທາງເຈົ້າໜ້າທີ່ໄດ້ຈັດຕັ້ງສູນທີ່ຢູ່ອາໄສຊົ່ວຄາວ ແລະ ຫ້ອງຄົວສຳລັບບໍລິການຜູ້ປະສົບໄພ.

ຂະນະດຽວກັນ, ດິນເຈື່ອນຈາກຝົນຕົກໜັກ ທີ່ແຂວງລຳປຸງ ເທິງເກາະສຸມາດຕຣາ ໃນວັນທີ 27 ເມສາ ທີ່ຜ່ານມາ ຍັງເຮັດໃຫ້ຄອບຄົວທີ່ມີສະມາຊິກ 6 ຄົນ ເສຍຊີວິດ ແລະ ສົ່ງຜົນກະທົບການຂົນສົ່ງເຊື່ອມຕໍ່ໃນພື້ນທີ່; ນອກນີ້, ຜູ້ຢູ່ອາໄສ ໃນເມືອງໂບກໍ ຍັງຕ້ອງລະວັງງູເຫຼືອມ 14 ຄົວ ເຊິ່ງຜູ້ລ້ຽງຕ້ອງປ່ອຍອອກມາ ເພາະນໍ້າຖ້ວມສູງ ແຕ່ຫຼ້າສຸດ ຕາມຈັບໄດ້ແລ້ວ 6 ຕົວ ເຊິ່ງມີຄວາມຍາວປະມານ 4 ແມັດ ແລະ ຍັງເຫຼືອອີກ 8 ຄົວ ທີ່ຍັງບໍ່ພົບ.