ຊັບປັນຍາ: ປະກາດເປັນໂຮງຮຽນປອດສິ່ງເສບຕິດ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ລົງເປີດປ້າຍປະກາດໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມຊັບປັນຍາ ເປັນໂຮງຮຽນປອດສິ່ງເສບຕິດສົກປີ 2018-2019 ໃນທ້າຍອາທິດຜ່ານມາ, ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ, ມີ ພັທ ຄໍາສິງ ນາມມຸນຕີ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ, ມີອໍານວຍການໂຮງຮຽນຊັບປັນຍາ, ຄູ-ອາຈານ, ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫົງແກ້ວ ທໍາມະວົງ ຫົວໜ້າຂະແໜງພາລະສິລະປະສຶກສາ ກ່າວວ່າ:

ອີງຕາມຂໍ້ຕົກລົງສະບັບ ເລກທີ 438 ສກ/ນວ, ລົງວັນທີ 5 ມີນາ 2019 ວ່າດ້ວຍການປະກາດໂຮງຮຽນ ເປັນໂຮງຮຽນປອດສິ່ງເສບຕິດ ໃນສົກປີ 2018-2019 ເຊິ່ງເປັນການສ້າງຄວາມເຂັ້ມແຂງ ໃນການຕ້ານ ແລະ ສະກັດກັ້ນສິ່ງເສບຕິດໃຫ້ແກ່ໂຮງຮຽນທັງພາກລັດ ແລະ ເອກະຊົນ ໂດຍໄດ້ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອພ້ອມກັນປະຕິບັດໃຫ້ເປັນຂະບວນຟົດຟື້ນ ແລະ ຮັບປະກັນຄຸນນະພາບ. ໃນນີ້, ໄດ້ຈັດຕັ້ງນໍາພາປະກາດໂຮງຮຽນ ຈໍານວນ 5 ແຫ່ງ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນໂຮງຮຽນປອດສິ່ງເສບຕິດ ພ້ອມທັງຂຶ້ນປ້າຍໃຫ້ກັບໂຮງຮຽນດັ່ງກ່າວ ຄື: ໂຮງຮຽນປະຖົມສົມບູນຊັບປັນຍາ, ປະຖົມສົມບູນຕາດທອງ, ປະຖົມສົມບູນໂນນຂີ້ເຫຼັກ, ປະຖົມສົມບູນບ້ານໃໝ່ ແລະ ປະຖົມສົມບູນໜອງດາ. ທັງນີ້, ກໍເພື່ອເຮັດໃຫ້ບັນດານ້ອງນັກຮຽນ, ອານຸຊົນ-ເຍົາວະຊົນ ໄດ້ຮັບຮູ້-ເຂົ້າໃຈກ່ຽວກັບຜົນຮ້າຍ ຂອງຢາເສບຕິດ ແລະ ພ້ອມກັນຕ້ານ ແລະ ສະກັດກັ້ນບັນຫານີ້ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນ-ບັນດາຊຸມຊົນ, ສ້າງໂຮງຮຽນໃຫ້ມີຄຸນນະພາບທາງດ້ານການຮຽນ-ການສອນ ແລະ ມີສຸຂະອະນາໄມດີ ທັງເປັນການຫຼຸດຜ່ອນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃຫ້ນັບມື້ຫຼຸດລົງເປັນກ້າວໆ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 29 ເມສານີ້ ຢູ່ທີ່ໂຮງຮຽນປະຖົມສົມບູນຕາດທອງ, ພະແນກສຶກສາທິການ-ກິລາ ນວ ນໍາໂດຍ ທ່ານ ຊົມພູ ແກ້ວປັນຍາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງຈັດພິທີເປີດປ້າຍປະກາດເປັນໂຮງຮຽນປອດສິ່ງເສບຕິດໃຫ້ແກ່ໂຮງຮຽນປະຖົມສົມບູນຕາດທອງ, ປະຖົມສົມບຸນໂນນຂີ້ເຫຼັກ ແລະ ປະຖົມສົມບູນໜອງດາ ໂດຍມີ ຜູ້ອໍານວຍການທັງ 3 ໂຮງຮຽນ ແລະ ນ້ອງນັກຮຽນເຂົ້າຮ່ວມ.