3 ເດືຶອນຕົ້ນປີ ແຂວງຊຽງຂວາງ ອອກໃບຕາດິນໄດ້ 18%

ໃນ 3 ເດືອນຕົ້ນປີ 2019, ແຂວງຊຽງຂວາງ ສາມາດວັດແທກອອກໃບຕາດິນ ໄດ້ 894 ຕອນ ເທົ່າກັບ 18% ຂອງແຜນການປີ ເຊິ່ງຄະນະຈັດຕັ້ງ ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດໃນ 3 ເດືອນຕົ້ນປີ 2019 ແລະ ວາງແຜນການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃນວັນທີ 26 ເມສາ 2019 ນີ້.

ກອງປະຊຸມດັ່ງກ່າວ, ເປັນປະທານ ໂດຍທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ, ອົງການ-ກົມກອງເຂົ້າຮ່ວມ ໄດ້ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ ແມ່ນໄດ້ສຳຫຼວດ, ວັດແທກອອກໃບຕາດິນໄດ້ ທັງໝົດ 894 ຕອນ ເທົ່າກັບ 18% ຂອງແຜນການປີ, ລົງຕິດຕາມກວດກາໂຄງການທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ແກ້ໄຂສິ່ງກີດຂວາງໂຄງການລົງທຶນພາຍໃນ ແລະ ຕ່າງປະເທດຕໍ່ກັບທີ່ດິນ ແລະ ຜົນກະທົບຈາກໂຄງການທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສາມາດຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ການອອກອະນຸຍາດດຳເນີນທຸລະກິດ ແລະອື່ນໆ ໃນນີ້, ສາມາດເກັບລາຍຮັບທ້ອງຖິ່ນ ໄດ້ທັງໝົດ 15.784,66 ລ້ານກີບ ເທົ່າກັບ 11,12% ຂອງແຜນການປີ, ເກັບລາຍຮັບຊ່ວຍສູນກາງໄດ້ທັງໝົດ 22.727, 50 ລ້ານກີບ ເທົ່າກັບ 27,36%, ລາຍຈ່າຍງົບປະມານໄດ້ 92.577,30 ລ້ານກີບ ເທົ່າກັບ 18,67%, ລາຍຮັບດຸນດ່ຽງຈາກສູນກາງໄດ້ 78.627,886 ລ້ານກີບຂອງແຜນການປີ, ໄດ້ສຸມໃສ່ການຜະລິດປູກພືດລະດູແລ້ງເຊັ່ນ: ເຂົ້ານາແຊງ, ສາລີຫວານ, ເຜືອກມັນ, ພືດຕ່າງໆ ແລະ ສັດລ້ຽງມີການເພີ່ມຂຶ້ນ, ໄດ້ຈັດຕັ້ງປະຕິບັດຟື້ນຟູຊົນລະປະທານທີ່ເປ່ເພ ຍ້ອນໄພທຳມະຊາດ, ກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ສາມາດອອກໃບ ອະນຸມັດຖອນເງິນໄດ້ທັງໝົດ 36 ໂຄງການ ມູນຄ່າ 15,89 ຕື້ກີບ ເທົ່າກັບ 23,11% ຂອງແຜນການປີ.

ໃນຕໍ່ໜ້າຈະສຸມໃສ່ແກ້ໄຂບັນຫາທີ່ດິນ ເປັນຕົ້ນແມ່ນ ບັນຫາທີ່ດິນທີ່ມີຜົນກະທົບຕໍ່ການລົງທຶນ, ສຸມໃສ່ເກັບລາຍຮັບເຂົ້າງົບປະມານ, ແກ້ໄຂອຳນວຍຄວາມສະດວກໃນການລົງທຶນ, ສ້ອມແປງເໝືອງ-ຝາຍທີ່ເປ່ເພໃຫ້ທັນກັບການປັກດຳນາປີ ແລະ ສຸມໃສ່ແກ້ໄຂຄວາມທຸກຍາກເທື່ອລະກ້າວ.