ກອງຮ້ອຍ 17 ເປີດກອງປະຊຸມໃຫຍ່ ຄັ້ງທີ 1

ກອງຮ້ອຍ 17 ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂຶ້ນໃນອາທິດຜ່ານມາ, ເຂົ້າຮ່ວມໂດຍສະຫາຍ ພັທ ໄວຍາກອນ ເພັດສະລາດ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ສະມາຊິກພັກ, ພະນັກງານ-ນັກຮົບເຂົ້າຮ່ວມ.

ສະຫາຍ ພັຕ ຄໍາແກ້ວ ຈັນທະໂຄດ ເລຂາຄະນະພັກຫົວໜ້າການເມືອງ ກອງຮ້ອຍ 17 ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານໃນການຊີ້ນຳ-ນຳພາສະມາຊິກພັກ, ພະນັກງານ-ນັກຮົບ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ໂດຍຖືສໍາຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ; ເອົາໃຈໃສ່ປົກປັກຮັກສາຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ໂດຍພື້ນຖານ ແລະ ຕັ້ງໜ້າປັບປຸງກໍ່ສ້າງກົມກອງ, ຮັບປະກັນແກ້ໄຂຊີວິດການເປັນຢູ່ ໂດຍສຸມໃສ່ໃນການປູກຝັງ-ລ້ຽງສັດ, ໃນນີ້ ແມ່ນໄດ້ປັບປຸງກໍ່ສ້າງຄ້າຍຄູເຊັ່ນ: ສ້າງເຮືອນນອນ ຈຳນວນ 3 ຫຼັງ, ກະລາລົດ 1 ຫຼັງ, ປຸກສາງຍຸດໂທ 1 ຫຼັງ, ປັບປຸງຫ້ອງການ ແລະ ທັງປະກອບຕິດຕັ້ງພັດລົມໃສ່ພ້ອມ ຈຳນວນ 4 ໜ່ວຍ ແລະ ສ້າງຫ້ອງນໍ້າເຄິ່ງຖາວອນ 2 ຫຼັງ ລວມມູນຄ່າທັງໝົດ 47 ລ້ານກວ່າກີບ, ນອກຈາກນີ້ ຍັງມີສັດລ້ຽງ, ໜອງປາ, ລ້ຽງກົບຈໍານວນໜຶ່ງ ແລະ ປູກພືດຜັກ ປະຈຳລະດູໄດ້ 500 ກວ່າກິໂລກຼາມ; ພ້ອມນີ້, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ອີກດ້ວຍ.

ໂອກາດດັ່ງກ່າວ, ສະຫາຍ ພັທ ໄວຍາກອນ ເພັດສະລາດ ຍັງໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດສະມາຊິກພັກ, ພະນັກງານ-ນັກຮົບເປັນປົກກະຕິ; ຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ ແລະ ປະກົດຜົນເປັນຈິງ.