ໜ່ວຍພັກ 200-210 ຈັດກອງປະຊຸມໃຫຍ່ ຄັ້ງທີ 3

ເມື່ອບໍ່ດົນມານີ້, ໜ່ວຍພັກພະແນກ 200-210 ຫ້ອງສັນຕິບານ ປກສ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ໂດຍການເປັນປະທານຂອງສະຫາຍ ພັທ ຄຳສາວ ສຸລິໂຍ ເລຂາ ໜ່ວຍພັກພະແນກ 200-210 ຫ້ອງສັນຕິບານ ປກສ ແຂວງ ແລະ ເຂົ້າຮ່ວມ ມີສະຫາຍ ພັທ ໂມງ ແສງດວງດີ ຮອງເລຂາຄະນະພັກຮາກຖານຫ້ອງສັນຕິບານ, ມີບັນດາຄະນະໜ່ວຍພັກຫ້ອງການເມືອງ, ຄະນະພະແນກກໍ່ສ້າງພັກ-ອົງການຈັດຕັ້ງມະຫາຊົນ, ບັນດາຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ.

ສະຫາຍ ພັທ ຄຳສາວ ສຸລິໂຍ ກ່າວ ວ່າ:

ໃນໄລຍະ 5 ປີຜ່ານມາ, ທາງຄະນະໜ່ວຍພັກ ໄດ້ລົງເລິກໃກ້ຊິດຕິດແທດກັບມະຫາຊົນ, ເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງ-ນຳພາແນວຄິດຢ່າງເນື່ອງນິດລຽນຕິດ ແລະ ຍາດໄດ້ຜົນງານຫຼາຍດ້ານໃນການເຄື່ອນໄຫວວຽກງານວິຊາສະເພາະ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ໃນການກໍ່ສ້າງ, ປັບປຸງ, ສະເໜີມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນ ແລະ ຮຽນລະບຽບພັກ ໄດ້ 13 ສະຫາຍ ຍິງ 3 ສະຫາຍ, ສະເໜີມະຫາຊົນກ້າວໜ້າເຂົ້າພັກສຳຮອງ ໄດ້ 6 ສະຫາຍ ຍິງ 1 ສະຫາຍ, ສະເໜີສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ ໄດ້ 17 ສະຫາຍ ຍິງ 5 ສະຫາຍ.

ນອກນີ້, ໃນທົ່ວແຂວງຄຳມ່ວນ ແມ່ນມີຄວາມສະຫງົບທາງດ້ານການເມືອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມໂດຍພື້ນຖານ ສະແດງອອກໃນການຈັດກຳລັງປ້ອງກັນງານບຸນສຳຄັນຕ່າງໆພາຍໃນແຂວງໄດ້ 237 ຄັ້ງ, ປະຈຳການໃຫຍ່ໄດ້ 120 ຄັ້ງ, ປ້ອງກັນການນໍາຂັ້ນແຂວງໄດ້ 1.800 ຄັ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດໄດ້ 85 ຄັ້ງ, ລົງສົມທົບວຽກງານວິຊາສະເພາະ ຕາມສຳນັກງານ-ອົງການອ້ອມຂ້າງແຂວງ ໄດ້ 80 ຄັ້ງ ແລະ ລົງເຮັດວຽກງານວິຊາສະເພາະຕາມເມືອງຕ່າງໆໃນທົ່ວແຂວງໄດ້ 40 ຄັ້ງ.

ຈາກນັ້ນ, ກອງປະຊຸມກໍໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ; ຜ່ານການປ່ອນບັດເລືອກຕັ້ງໃນຊຸດນີ້  ເຫັນດີເລືອກເອົາສະຫາຍ ພັທ ຄຳສາວ ສຸລິໂຍ ເປັນເລຂາໜ່ວຍພັກ, ສະຫາຍ ພັທ ແກ້ວດາວອນ ວົງພະຈັນ ເປັນຮອງເລຂາ ໜ່ວຍພັກ ແລະ ສະຫາຍ ພັຕ ດາວເລືອງ ຟອງສະຫວັນ ເປັນປະທານກວດກາ.