ຫ້ອງວ່າການສໍານັກງານນາຍົກ ໄດ້ຈັດສໍາມະນາກ່ຽວກັບການນໍາໃຊ້ພາສາລາວ ແລະ ການຄຸ້ມຄອງ-ນໍາໃຊ້ສື່ສັງ ຄົມອອນລາຍ ໃນລະຫວ່າງວັນທີ 29-30 ເມສາ 2019 ທີ່ຫໍປະຊຸມແຫ່ງຊາດ, ເປັນປະທານ ໂດຍທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈໍາສໍານັກງານນາຍົກ ໂຄສົກລັດຖະບານ, ມີຫົວໜ້າສະຖາບັນຄົ້ນ ຄວ້າວັດທະນະທໍາ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ, ບັນນາທິການໜັງສືພິມ, ໂທລະພາບ, ວິທະຍຸ ແລະ ວາລະສານຕ່າງໆເຂົ້າຮ່ວມ.

ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ກ່າວວ່າ: ການສໍາມະນາຄັ້ງນີ້ ຫ້ອງວ່າການສໍານັກງານນາຍົກ ໄດ້ເຊີນບັນດາທ່ານທີ່ມີໜ້າທີ່ຕິດພັນກັບການນໍາໃຊ້ພາສາລາວໃນສື່ສິ່ງພິມຊະນິດຕ່າງໆ ເປັນຕົ້ນແມ່ນຜູ້ທີ່ເຮັດວຽກດ້ານຂໍ້ມູນຂ່າວສານ, ເລຂານຸການທີ່ເປັນເສນາທິການໃຫ້ແກ່ການນໍາ, ໂຄສົກ, ບັນນາທິການໜັງສືພິມ, ໂທລະພາບ, ວິທະ ຍຸ, ວາລະສານຕ່າງໆເກືອບທຸກພາກສ່ວນເຂົ້າຮ່ວມ ເພື່ອແນໃສ່ເຮັດໃຫ້ການນໍາໃຊ້ພາສາລາວ ເປັນຕົ້ນແມ່ນ ພາສາຂຽນໃຫ້ຖືກໄວຍາກອນ, ການໃຊ້ຄໍາໃຫ້ຖືກຕ້ອງຊັດເຈນ, ມີການຮຽບຮຽງຖ້ອຍຄໍາ, ສໍານວນ, ປະໂຫຍກເປັນຢ່າງດີ ເພື່ອເຮັດໃຫ້ທຸກຄົນໃນສັງຄົມມີສະຕິຕື່ນຕົວໃນການບໍລິໂພກຂໍ້ມູນຂ່າວສານ ແລະ ການນໍາໃຊ້ສື່ອອນລາຍຕ່າງໆຖືກຕ້ອງຕາມກົດໝາຍ, ລະບຽບການທີ່ກໍານົດໄວ້. ພ້ອມກັນນັ້ນ, ກໍເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ຂໍ້ມູນຂ່າວສານທາງສື່ອອນລາຍໄປໃນທາງທີ່ຖືກຕ້ອງ, ເໝາະສົມ, ທັງເກີດປະໂຫຍດຕໍ່ຕົນເອງ ແລະ ສ່ວນລວມຢ່າງແທ້ຈິງ, ຫຼີກລ່ຽງການນໍາໃຊ້ຂໍ້ມູນໄປໃນທາງທີ່ບໍ່ຖືກຕ້ອງ, ບິດເບືອນຄວາມຈິງ ຫຼື ມີລັກສະນະທັບຖົມໂຈມຕີຕໍ່ການນໍາພາຂອງພັກ, ການບໍລິຫານປະເທດຂອງລັດ.

ການສໍາມະນາເທື່ອນີ້, ຈະປະກອບດ້ວຍການນໍາສະເໜີກ່ຽວກັບຫຼັກການພື້ນຖານໃນການນໍາໃຊ້ພາສາລາວ, ສະ ພາບການນໍາໃຊ້ພາສາລາວຕົວຈິງໃນສັງຄົມປັດຈຸບັນ ແລະ ທິດທາງຕໍ່ໜ້າ ລວມທັງທັກສະໃນການເວົ້າ ໂດຍມີວິທະຍາກອນຈາກສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ວິທະຍາກອນຈາກຄະນະອັກສອນສາດ ມະຫາ ວິທະຍາໄລແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດຈະຂຶ້ນມາສະເໜີ, ຊີ້ແຈງເນື້ອໃນຕ່າງໆທີ່ຜູ້ໃຊ້ຫຼາຍຄົນຍັງບໍ່ເອກະພາບ; ຈາກນັ້ນ, ຈະໃຫ້ໂອກາດນັກສໍາມະນາກອນຖາມສິ່ງທີ່ຕົນສົນໃຈ, ຂ້ອງໃຈກ່ຽວກັບພາສາລາວ, ການໃຊ້ພາສາລາວ ເພື່ອໃຫ້ວິທະຍາກອນຕອບ ແລະ ຈະປຶກສາຫາລືແລກປ່ຽນຄໍາເຫັນໃນຫົວຂໍ້ກ່ຽວກັບ ການນໍາໃຊ້ພາສາລາວ.

ສໍາລັບໃນຕອນເຊົ້າຂອງມື້ທີສອງ ແມ່ນຮັບຟັງການນໍາສະເໜີກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ; ການຄຸ້ມຄອງຂໍ້ມູນຂ່າວສານໃຫ້ມີຄວາມປອດໄພ ແລະ ຮັບປະກັນປະສິດທິຜົນ; ການຄຸ້ມຄອງ ແລະ ສົ່ງ ເສີມສື່ມວນຊົນລາວ ໃນຍຸກ 4.0 ໂດຍຈະມີການນໍາສະເໜີຂອງວິທະຍາກອນຈາກສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ; ຈາກກົມສື່ສານ ກະ ຊວງປ້ອງກັນປະເທດ ແລະ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ. ຈາກນັ້ນ, ຜູ້ເຂົ້າຮ່ວມມີການແລກປ່ຽນຄໍາຄິດຄໍາເຫັນ.