ແຕ່ງຕັ້ງໜ່ວຍປ້ອງກັນພາຍໃນທະນະຄານອິນດຸຈີນ

ພິທີປະກາດແຕ່ງຕັ້ງໜ່ວຍປ້ອງກັນພາຍໃນສຳນັກງານ-ອົງການໜ່ວຍບໍລິການທະນາຄານອິນໂດຈີນ ສາຂາແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 24 ເມສາ 2019 ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານິດ ດາມະນີວົງ ຫົວໜ້າໜ່ວຍບໍລິການທະນາຄານອິນດູຈີນ ສາຂາປະຈຳແຂວງ, ມີສະຫາຍ ພັທ ຄໍາແພງ ອິນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ຮອ ບຸນເຊັນ ເສດທິວົງ ຮັກສາການຫົວໜ້າພະແນກ 200 ຫ້ອງສັນຕິບານ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 225/ປອຊ ລົງວັນທີ 01 ເມສາ 2019 ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍປ້ອງກັນພາຍໃນສຳນັກງານ-ອົງການຂອງໜ່ວຍບໍລິການທະນາຄານອິນໂດຈີນ ສາຂາປະຈຳແຂວງອຸດົມໄຊ ຄື: ໄດ້ແຕ່ງຕັ້ງ ທ່ານ ນາງ ປານິດ ດາມະນີວົງ ເປັນຫົວໜ້າ, ທ່ານ ສົມຊາຍ ໄຊຍະຕິ ເປັນຮອງ ແລະ ທ່ານ ສຸລິວັນ ໄຊລືຊາ ເປັນຄະນະໜ່ວຍປ້ອງກັນພາຍໃນຂອງໜ່ວຍບໍລິການທະນາຄານອິນໂດຈີນ.

ຕອນທ້າຍ, ທ່ານຮອງຫົວໜ້າຫ້ອງສັນຕິບານ ຍັງໄດ້ແນະນໍາດ້ານວິທີການ, ແບບແຜນ ແລະ ການຈັດຕັ້ງປະຕິບັດວຽກງານປ້ອງກັນໃນສໍານັກງານ-ອົງການທີ່ຖືກວິທີ, ໃຫ້ມີຄວາມຮັບປະກັນລວມທັງການສະໜອງ-ແລກປ່ຽນຂໍ້ມູນຂ່າວສານ ກໍຄືການຮ່ວມມືແກ້ໄຂໃນເມື່ອເກີດເຫດການຕ່າງໆ ພ້ອມທັງຮຽກຮ້ອງໃຫ້ຫົວໜ້າ, ຄະນະ, ພະນັກງານ ແລະ ສະມາຊິກທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງພ້ອມກັນສຸມໃສ່ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕາມສິດ, ໜ້າທີ່, ຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ ຖືເອົາວຽກງານດັ່ງກ່າວເປັນວຽກງານສຳຄັນໜຶ່ງ ເພື່ອຄວາມສະຫງົບ ແລະ ປອດໄພດ້ານຊີວິດ, ສຸຂະພາບ ແລະ ຊັບສິນຂອງສ່ວນຕົວ ກໍຄືສ່ວນລວມໄດ້ໂດຍພື້ນຖານ.