ກະຊວງພາຍໃນ ໄດ້ຈັດພິທີລົງນາມມອບ-ຮັບທຶນສະໜັບສະໜູນ ເພື່ອປັບປຸງການປົກຄອງ (GPAR PSIF ) ຂຶ້ນໃນວັນທີ 26 ເມສາ 2019 ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ຄໍາມູນ ວິພົງໄຊ ຮອງລັດຖະ ມົນຕີກະຊວງພາຍໃນ, ມີຕົວແທນອົງການຜູ້ໃຫ້ທຶນ ໂດຍສະເພາະແມ່ນອົງການ ສປຊ ເພື່ອການພັດທະນາ (UNDP); ອົງການສະຫະປະຊາຊາດ-ກອງທຶນເພື່ອການພັດທະນາ (UNCDF) ແລະ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດເຊີແລນ (SDC), ພ້ອມດ້ວຍຜູ້ຕາງໜ້າຈາກ 16 ໂຄງການທີ່ໄດ້ຮັບທຶນ, ແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນິສິດ ແກ້ວປັນຍາ ຫົວ ໜ້າກົມແຜນການ ແລະ ການ ຮ່ວມມື ກະຊວງພາຍໃນ ທັງເປັນ ຫົວໜ້າກອງເລຂາແຜນງານປັບ ປຸງບູລະນະການປົກຄອງແຫ່ງຊາດ (NGPAR Programme) ກ່າວວ່າ: ທຶນສະໜັບ ສະໜູນເພື່ອປັບປຸງການປົກຄອງ ແມ່ນໂຄງການຍ່ອຍອັນໜຶ່ງທີ່ສໍາຄັນຂອງແຜນງານປັບປຸງບູລະນະການປົກ ຄອງແຫ່ງຊາດທຶນດັ່ງກ່າວແມ່ນອົງປະກອບໜຶ່ງຂອງໂຄງການສະໜັບສະໜູນການປົກຄອງແບບມີສ່ວນຮ່ວມ (GPAR GIDP), ເຊິ່ງຈະມອບທຶນໃຫ້ທຸກໆປີແຕ່ໄລຍະປີ 2018-2021; ຈຸດປະສົງຫຼັກຂອງທຶນ ປປຄ ແມ່ນເພື່ອປັບປຸງກົນໄກ, ລະບົບການບໍລິຫານຂອງລັດ ແລະ ການປັບປຸງຄຸນນະພາບການບໍລິການຢູ່ ສປປ ລາວ ໂດຍສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ ເປັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ນະໂຍບາຍ 3 ສ້າງ, ແຜນງານເຊື່ອມສານເປົ້າໝາຍແບບຍືນຍົງ (SDG), ການສົ່ງເສີມບົດບາດຍິງ-ຊາຍ, ການປົກປັກຮັກສາສິ່ງແວດລ້ອມ ແລະ ອື່ນໆ.

ໃນພິທີ, ທ່ານ ນິສິດ ແກ້ວປັນຍາ ໄດ້ເຊັນລົງນາມມອບ-ຮັບທຶນດັ່ງກ່າວໃຫ້ແກ່ 16 ໂຄງການ ໂດຍແມ່ນຕົວ ແທນຈາກ 16 ໂຄງການເປັນຜູ້ລົງນາມຮັບຢ່າງເປັນທາງການ, ເຊິ່ງໂຄງການທີ່ໄດ້ຮັບການສະໜັບສະໜູນທຶນ ປປຄ ປີ 2018. ໃນນີ້, ປະກອບມີ 6 ໂຄງການແມ່ນຂັ້ນແຂວງ ແລະ ມີ 9 ໂຄງ ການຈາກຂັ້ນເມືອງ ແລະ 1 ສະມາຄົມທີ່ບໍ່ຫວັງຜົນກໍາໄລທັງ 16 ໂຄງການລວມມູນຄ່າທັງໝົດແມ່ນ 850 ລ້ານກີບ, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພາ ແລະ ຈະສິ້ນສຸດໃນເດືອນທັນວາ 2019.