ສຳນັກຂ່າວ BBC ລາຍງານໃນວັນທີ 4 ກໍລະກົດ ທີ່ຜ່ານມາວ່າ: ນັກທ່ອງທ່ຽວຊາວຍີ່ປຸ່ນ ອາຍຸ 76 ປີ ເສຍຊີວິດລະຫວ່າງປີນພູ ອູລູຣູ ທີ່ຕັ້ງຢູ່ໃຈກາງປະເທດອົດສະຕຣາລີ ໂດຍລາວໝົດສະຕິໄປລະຫວ່າງທີ່ປີນພູ ແລະ ບໍ່ສາມາດກູ້ຊີບໄວ້ໄດ້. ແນວໃດກໍຕາມ, ເຈົ້າໜ້າທີ່ອົດສະຕຣາລີ ສະຫຼຸບວ່າ: ເປັນການຕາຍແບບທຳມະຊາດ ໂດຍນັບແຕ່ປີ 1650 ເປັນຕົ້ນມາ ມີນັກປີນພູຢ່າງໜ້ອຍ 37 ຄົນ ເສຍຊີວິດລະຫວ່າງປີນພູດັ່ງກ່າວ.

ຂະນະທີ່, ຊົນເຜົ່າທ້ອງຖິ່ນ ອະບໍຣິຈິນ ໄດ້ເຕືອນມາແຕ່ດົນນານແລ້ວວ່າ ບໍ່ໃຫ້ນັກທ່ອງທ່ຽວເຂົ້າມາຍັງພື້ນທີ່ບໍລິເວນດັ່ງກ່າວ ເນື່ອງຈາກເປັນພື້ນທີ່ສັກສິດ. ທັ້ງນີ້, ປີຜ່ານມາ ໄດ້ມີການເປີດລົງຄະແນນສຽງຂອງ ຄະນະຜູ້ບໍລິຫານພື້ນທີ່ອຸທະຍານອູບູຣູ ຜົນປະກົດອອກມາວ່າ: ຕ້ອງການໃຫ້ຍົກເລີກການອະນຸຍາດປີນພູດັ່ງກ່າວ ເຮັດໃຫ້ທາງການຈະປະກາດຫ້າມປີນພູອູລູຣູ ນັບຕັ້ງແຕ່ເດືອນຕຸລາ 2019 ເປັນຕົ້ນໄປ ເນື່ອງຈາກເຫດຜົນທີ່ວ່າ ເປັນພື້ນທີ່ທີ່ມີຄວາມສຳຄັນທາງວັດທະນະທຳ ແລະ ເພື່ອສະແດງຄວາມເຄົາລົບຕໍ່ຊົນເຜົ່າທ້ອງຖິ່ນ.

ທັ້ງນີ້, ພູເຂົາຫີນອູລູຣູ ເປັນສະຖານທີ່ທ່ອງທ່ຽວທີ່ມີນັກທ່ອງທ່ຽວມາຢ້ຽມ ປີລະປະມານ 250.000 ຄົນ ແຕ່ມີພຽງ 11% ເທົ່ານັ້ນ ທີ່ສາມາດຂຶ້ນໄປເຖິງຍອດພູໄດ້ ໃນລະຫວ່າງປີ 2011-2015.