ໃນວັນທີ 12 ກໍລະກົດນີ້, ທ່ານ ເຄວິນ ເບຣດີ ສະມາຊິກພັກສາທາລະນະລັດ ຈາກລັດເທັກຊັສ ອອກມາຮຽກຮ້ອງໃຫ້ ທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ຫັນໜ້າເຂົ້າເຈລະຈາກັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ສປ ຈີນ ເພື່ອຢຸດສົງຄາມການຄ້າລະຫວ່າງສອງປະເທດ.

ທ່ານ ເບຣດີ ເຕືອນວ່າ: ການທີ່ ສະຫະລັດ ອາເມລິກາ ຮຽກເກັບພາສີສິນຄ້ານຳເຂົ້າຈາກຈີນ ເພີ່ມອີກ 2 ແສນລ້ານໂດລາສະຫະລັດ ເຊິ່ງຈະມີຜົນບັງຂັບໃໃຊ້ໃນເດືອນກັນຍານີ້ ຈະກໍ່ໃຫ້ເກີດຜົນເສຍຫາຍໃນໄລຍະຍາວຫຼາຍປີ ແລະ ສົ່ງຜົນກະທົບຕໍ່ເສດຖະກິດຂອງໂລກ.

“ເຖິງແມ່ນວ່າ ຈະມີການອອກມາດຕະການເກັບພາສີຈຳນວນຫຼາຍຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແຕ່ຈົນເຖິງຕອນນີ້ຍັງບໍ່ມີການເຈລະຈາຮ່ວມກັນຢ່າງຈິງຈັງ ລະຫວ່າງ ຈີນ ແລະ ສະຫະລັດ ອາເມລິກາ, ບໍ່ມີແຜນການໃດໆທີ່ຈະນຳໄປສູ່ທາງອອກຂອງບັນຫາ. ສະນັ້ນ, ຕົນຈຶ່ງຂໍຮຽກຮ້ອງໃຫ້ ປະທານາທິບໍດີ ທຣຳ ແລະ ຜູ້ນຳຈີນ ຫັນໜ້າເຂົ້າເຈລະຈາກັນເພື່ອຫາທາງອອກທີ່ຍຸດຕິທຳ ແລະ ຢັ້ງຢືນ”.

ທັ້ງນີ້, ລັດຖະບານ ສະຫະລັດ ອາເມລິກາ ປະກາດຮຽກເກັບສິນຄ້ານຳເຂົ້າຈາກຈີນ ເພີ່ມອີກ 2 ແສນລ້ານໂດລາສະຫະລັດ ໂດຍຈະຮຽກເກັບໃນອັດຕາ 10% ເຊິ່ງຄວບຄຸມເຖິງສິນຄ້າຈຳນວນ 6.000 ລາຍການ ຫຼັງຈາກທີ່ ສະຫະລັດ ອາເມລິກາ ແລະ ຈີນ ບໍ່ສາມາດບັນລຸຂໍ້ຕົກລົງໃນການເຈລະຈາເພື່ອຢຸດຂໍ້ພິພາດທາງການຄ້າ.

ດ້ານກະຊວງການຄ້າຈີນ ອອກຖະແຫຼງການໃນວັນທີ 12 ກໍລະກົດນີ້ວ່າ: ລັດຖະບານຈີນບໍ່ມີທາງເລືອກອື່ນ ນອກຈາກການບັງຄັບໃຊ້ມາດຕະການຕອບໂຕ້.

ນອກຈາກນີ້, ການຮຽກເກັບພາສີເພີ່ມເຕີມ ຍັງຖືກວິຈານຈາກ ທ່ານ ອໍຣິນ ແຮັດ ວຸດທິວະມາຊິກ ສະຫະລັດ ອາເມລິກາ ທີ່ລະບຸວ່າ: ເປັນການກະທຳທີ່ບໍ່ມີການຄິດຕຶກຕອງ ແລະ ບໍ່ນຳໄປສູ່ການເຈລະຈາ.