ຄວາມກັງວົນພາຍໃນຈິດໃຈ ເປັນສາເຫດທີ່ເຫັນໄດ້ຫຼາຍທີ່ສຸດຂອງຄົນທີ່ເຮັດວຽກ, ເຊິ່ງຈະມີອາການເຈັບຫົວ ແລະ ມັກມີອາການເຈັບຫົວຕໍ່ເນື່ອງດົນເປັນມື້ ຫຼື ຈົນເປັນອາທິດ; ເຊິ່ງຈະເຈັບພໍລໍາຄານ ຫຼື ເຮັດໃຫ້ຮູ້ສຶກບໍ່ສະບາຍ ແລະ ຈະເຈັບຕະຫຼອດ ຖືວ່າເປັນສັນຍານອັນຕະລາຍຮ້າຍແຮງທີ່ສ່ຽງໃຫ້ເກີດພະຍາດຮ້າຍແຮງໄດ້ເຊັ່ນ:
1. ໄມເກຣນ: ຜູ້ທີ່ມີອາການເຈັບຫົວເບື້ອງ ດຽວປົກກະຕິຈະມີໜ້ອຍສຸດທີ່ຈະເປັນພ້ອມກັນ, ມີອາການປວດຮາກ ດົນເຖິງ 4-72 ຊົ່ວ ໂມງ ມັນຈະເປັນໆດີໆທຸກຄັ້ງທີ່ມີອາການມັກຈະເກີດຈາກສິ່ງກະຕຸ້ນ ເຊັ່ນ: ແສງ, ສຽງ ແລະ ກິ່ນ, ເຊິ່ງຈະເລີ່ມເປັນຕັ້ງແຕ່ໄວລຸ້ນຫາໄວໜຸ່ມສາວ.
2. ເນື້ອງອກໃນສະໝອງ: ຄົນເຈັບຈະມີອາ ການເຈັບທົ່ວຫົວ, ເຈັບຫຼາຍເວລາຕື່ນນອນຕອນ ເຊົ້າ, ພໍຮອດຕອນສວຍອາການກໍຄ່ອຍດີຂຶ້ນບໍ່ ເຈັບໝົດມື້, ຈະເປັນແຮງຕໍ່ເນື່ອງທຸກມື້ຈົນສະດຸ້ງ ຕື່ນແຕ່ເຊົ້າຍ້ອນຮູ້ສຶກເຈັບ ແລະ ຈະເຈັບປວດ ດົນຂຶ້ນທຸກມື້ຈົນໃນທີ່ສຸດຈະເຈັບຕະຫຼອດເວລາ.


3. ພະຍາດທາງສະໝອງອື່ນໆ: ຄົນເຈັບ ຈະມີອາການເຈັບຫົວຮຸນແຮງ ແລະ ຮາກຕັ້ງແຕ່ ມື້ທຳອິດທີ່ເຈັບບາງຄົນອາດເປັນໄຂ້ສູງຮ່ວມນຳ.
4. ເຈັບຕາຮ້າຍແຮງ: ຄົນເຈັບຈະມີອາການເຈັບຕາ ແລະ ຫົວເບື້ອງດຽວຢ່າງຮຸນແຮງ ແລະ ກະທັນຫັນ, ຕາມົວແສບຕາເບື້ອງທີ່ເຈັບປວດ ຈະມີສິ່ງລົບກວນ, ຕາແດງບໍລິເວນຕາຂາວ, ອາການເຈັບຈະຕໍ່ເນື່ອງເປັນມື້, ເຊິ່ງກິນຢາແກ້ປວດກໍບໍ່ດີ.
ຖ້າທ່ານມີອາການທີ່ກ່າວມານັ້ນຢ່າລືມໄປ ປຶກສານຳທ່ານໝໍ ເພື່ອກວດຫາສາເຫດທີ່ແທ້ຈິງຂອງອາການ ເພື່ອຈະໄດ້ປິ່ນປົ່ວໃຫ້ທັນການ.