ລາຍງານຈາກກຸ່ມປະເທດຜູ້ສົ່ງອອກນໍ້າມັນ (OPEC) ລະບຸໃນວັນທີ 12 ກໍລະກົດ ທີ່ຜ່ານມາວ່າ: ອາຣັບບິ ຊາອຸດິດ ໄດ້ເພີ່ມກໍາລັງການຜະລິດນ້ຳມັນອີກປະມານ 500.000 ບາເລວຕໍ່ມື້ ໃນເດືອນມິຖຸນາ ສູ່ລະດັບສູງສຸດນັບຕັ້ງແຕ່ທ້າຍປີ 2016 ເພື່ອສະກັດລາຄານໍ້າມັນດິບທີ່ໄດ້ເພີ່ມຂຶ້ນເຖິງຈຸດສູງສຸດ ໃນຮອບ 3 ປີເຄິ່ງ.

ສັນຍານ້ຳມັນດິບລ່ວງໜ້າ ເວສເທັກຊັສ ສະຫະລັດ ອາເມລິກາ ປິດຕະຫຼາດໃນວັນທີ 11 ກໍລະກົດ ຜ່ານມາ ປັບຕົວຫຼຸດລົງ 5% ທ່າມກາງຄວາມວິຕົກກ່ຽວກັບ ການເຮັດສົງຄາມການຄ້າ ລະຫວ່າງ ສະຫະລັດ ອາເມລິກາ ແລະ ຈີນ ເຊິ່ງອາດຈະກະທົບຄວາມຕ້ອງການໃຊ້ນ້ຳມັນ ແລະ ຈາກການທີ່ ລິບີ ປະກາດເປີດສະຖານີສົ່ງອອກນ້ຳມັນອີກຄັ້ງໜຶ່ງ.

ສັນຍານ້ຳມັນດິບ ເວສເທັກຊັສ ສົ່ງມອບເດືອນສິງຫາ ເຊິ່ງມີການຊື້ຂາຍທາງລະບົບອີເລັກໂທຣນິກ ທີ່ຕະຫຼາດໄນເມັກ ຫຼຸດລົງ 3,73 ໂດລາ ຫຼື 5% ປິດຕະຫຼາດທີ່ 70,38 ໂດລາຕໍ່ບາເຣວ; ສ່ວນສັນຍານ້ຳມັນດິບເບຣນ ຫຼຸດລົງ 5,46 ໂດລາ ຫຼື 6,9% ປິດຕະຫຼາດທີ່ລາຄາ 73,40 ໂດລາຕໍ່ບາເຣວ.

ທັ້ງນີ້, ອາຣັບບິ ຊາອຸດິດ ຜະລິດນ້ຳມັນປະມານ 10,5 ລ້ານບາເຣວຕໍ່ມື້ ໃນເດືອນມິຖຸນາ ຖືວ່າເພີ່ມຂຶ້ນຈາກລະດັບ 10 ບາເຣວຕໍ່ມື້ ໃນເດືອນພຶດສະພາ; ສ່ວນກຸ່ມປະເທດໂອເປກ ຜະລິດນ້ຳມັນປະມານ 32,2 ລ້ານບາເຣວຕໍ່ມື້ ໃນເດືອນມິຖຸນາ ເຊິ່ງເພີ່ມຂຶ້ນ 173.000 ບາເຣວຕໍ່ມື້ ເມື່ອທຽບກັບເດືອນພຶດສະພາ.