ວາລະສານການແພດ British Medical Journal (BMJ) ຂອງອັງກິດສະບັບໜຶ່ງເປີດ ເຜີຍວ່າ: ກິນອາຫານຣົດຊາດເຜັດອາດມີຜົນດີຕໍ່ສຸຂະພາບ. ການສຶກສາດັ່ງກ່າວນີ້ ໂດຍນຳໃຊ້ຂໍ້ມູນຈາກສູນສຸຂະພາບຂອງພົນລະເມືອງຈີນປະມານ 5 ແສນຄົນ. ຫຼັງຈາກໃຊ້ເວລາໃນການສຶກສາ 7 ປີ, ນັກວິໄຈວິເຄາະຂໍ້ມູນພົບວ່າ: ເມື່ອປຽບທຽບຄົນທີ່ບໍ່ກິນເຜັດ ແລະ ຄົນກິນເຜັດ ອາທິດລະຄັ້ງ ຫຼື ຫຼາຍກວ່າ ມີອັດຕາການຕາຍຫຼຸດລົງ 10-14%, ເຊິ່ງການສຶກສາດັ່ງກ່າວແມ່ນເປັນຂ່າວດີ ສຳລັບຄົນທີ່ມັກກິນເຜັດ.


ແຕ່ການສຶກສາໃນລັກສະນະສຳຫຼວດຄວາມຄິດເຫັນນີ້, ຍັງບໍ່ສາມາດຢືນຢັນໄດ້ວ່າມີຄວາມກ່ຽວຂ້ອງກັບການມີອາຍຸຍືນແທ້ ຫຼື ບໍ່ ?. ແນວໃດກໍຕາມ, ງານວິໄຈນີ້ເປັນລາຍງານທີ່ກ່ຽວກັບອາຫານທີ່ມີຣົດຊາດເຜັດທີ່ມີສ່ວນປະກອບຂອງສານ capsaicin ຈາກໝາກເຜັດ, ເຊິ່ງອາດມີຜົນດີຕໍ່ສຸຂະພາບ ສານຕົວນີ້ມີລິດຕ້ານການອັກເສບ, ຕ້ານເຊື້ອພະຍາດມະເຮັງ ແລະ ອາດຊ່ວຍຫຼຸດນໍ້າໜັກໄດ້.


ນອກຈາກນີ້, ເຄີຍມີການສຶກສາພົບວ່າ: ຄົນອິນເດຍ ເປັນພະຍາດສະໝອງເສື່ອມໜ້ອຍກວ່າຄົນປະເທດອື່ນ ເນື່ອງຈາກວ່າອາຫານອິນເດຍ ມັກມີຂີ້ມິ້ນ (Curcumin) ເປັນສ່ວນປະກອບອາຫານ ເຊັ່ນ: ແກງກະລີ່ ອັນນີ້ກໍເປັນອາ ຫານທີ່ມີຣົດຊາດເຜັດ, ເຊິ່ງອາດຈະມີສ່ວນເຮັດໃຫ້ມີຜົນດີຕໍ່ສຸຂະພາບເຊັ່ນກັນ. ນອກນັ້ນ, ບົດສຳຫຼວດຍັງໃຫ້ຮູ້ວ່າຄົນອາຊີສ່ວນຫຼາຍຜູ້ທີ່ມັກກິນອາຫານເຜັດ ມັກຈະມີສຸຂະພາບແຂງແຮງກວ່າຜູ້ທີ່ບໍ່ກິນອາຫານທີ່ມີຣົດຊາດເຜັດ. ແຕ່ສຳລັບຄົນທີ່ກິນເຜັດບໍ່ໄດ້ ກິນແລ້ວເຮັດໃຫ້ເກີດອາການເຈັບທ້ອງ ກໍບໍ່ຄວນກິນເພາະຈະເຮັດໃຫ້ສຸຂະພາບບໍ່ແຂງແຮງ.