ສາເຫດຂອງຄວາມກັງວົນໃຈ ແມ່ນມີຫຼາຍສາເຫດ ໂດຍສະເພາະແມ່ນເກີດມາຈາກຕົນເອງ ແລະ ສະພາບແວດ ລ້ອມອ້ອມຂ້າງ; ເຊັ່ນ: ກ່ຽວກັບສຸຂະພາບ ແລະ ການເຈັບປ່ວຍທີ່ຮ້າຍແຮງ ແລະ ບໍ່ຮ້າຍແຮງ ເຮັດໃຫ້ເກີດຄວາມກັງວົນໃຈ ໄດ້; ກ່ຽວກັບບຸກຄະລິກກະພາບ ຜູ້ທີ່ມີບຸກຄະລິກກະພາບທີ່ມັກແຂ່ງຂັນ, ຮີບຮ້ອນ, ຕ້ອງການເອົາຊະນະ ແລະ ບໍ່ອົດທົນຈະມີຄວາມກັງວົນໃຈຫຼາຍ; ມີຄວາມຂັດແຍ້ງໃນໝູ່ຄະນະ; ກ່ຽວກັບວຽກງານແມ່ນຂຶ້ນຢູ່ກັບລັກສະ ນະວຽກ, ພາລະວຽກ, ຄວາມສໍາພັນກັບຜູ້ຮ່ວມງານລະດັບຕ່າງໆຜົນຂອງງານທີ່ເກີດຂຶ້ນ. ນັ້ນລ້ວນແຕ່ແມ່ນສາ ເຫດທີ່ເຮັດໃຫ້ຄົນເຮົາເກີດຄວາມກັງວົນຈິດໃຈ.
ຜົນກະທົບຂອງຄວາມກັງວົນໃຈ


1. ຜົນກະທົບຕໍ່ຕົນເອງ
– ທາງກາຍ ເຊັ່ນ: ເຈັບຫົວຂ້າງດຽວ, ຫົວ ໃຈເຕັ້ນແຮງ ແລະ ໄວ, ຕີນມືເຢັນ, ທ້ອງອືດ, ປວດຮາກ ຫຼື ປັ່ນປ່ວນໃນທ້ອງ, ຄວາມດັນ ເລືອດສູງ, ຫອບຫືດ ແລະ ພະຍາດຫົວໃຈ.
– ທາງອາລົມ ເຊັ່ນ: ຫງຸດຫງິດ, ໃຈຮ້າຍງ່າຍ, ວິຕົກກັງວົນ, ຊຶມເສົ້າ ແລະອື່ນໆ;
– ທາງດ້ານຄວາມຄິດ ເຊັ່ນ: ຫົດຫູ່, ບໍ່ມີສະມາທິ, ຕັດສິນໃຈລຳບາກ, ຫຼົງລືມງ່າຍ, ມີຄວາມຄິດທາງລົບຫຼາຍກວ່າທາງບວກ, ເຫັນຕົນເອງບໍ່ມີຄຸນຄ່າ, ສິ້ນຫວັງ ແລະອື່ນໆ;
– ທາງພຶດຕິກຳ ເຊັ່ນ: ສູບຢາຫຼາຍ, ບໍ່ຈະ ເລີນອາຫານ, ນອນບໍ່ເຕັມທີ່ ແລະອື່ນໆ.

2. ຜົນກະທົບຂອງຄວາມກັງວົນໃຈຕໍ່ໝູ່ຄະນະ ຂາດການສື່ສານທີ່ດີເຊິ່ງກັນແລະກັນ, ບໍ່ຍອມຮັບ ແລະ ບໍ່ມີຄວາມເຂົ້າໃຈກັນ ແລະ ເກີດຄວາມຂັດແຍ້ງ.
3. ຜົນກະທົບຂອງຄວາມກັງວົນໃຈຕໍ່ການເຮັດວຽກ ບໍ່ມີສະມາທິໃນການເຮັດວຽກ ເຮັດວຽກບົກຜ່ອງ ແລະ ຜິດ ພາດ, ບໍ່ຮັບຜິດຊອບວຽກ, ເບື່ອໜ່າຍຕໍ່ການປະຕິບັດວຽກງານ ແລະ ປະສິດທິພາບໃນການ  ເຮັດວຽກຫຼຸດລົງ.