ເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ສີເສີດ ສອນດາລາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ

ກອງບັນຊາການ ປກສ ແຂວງສາລະວັນ ໄດ້ຈັດພິທີປະກາດການເລື່ອນຊັ້ນ ແລະ ມອບເງິນອຸດໜູນບໍານານ ໃຫ້ນາຍຕໍາຫຼວດທີ່ຄົບມາດຖານເງື່ອນໄຂ ໃນວັນທີ 4 ມິຖຸນາ 2019, ເປັນປະທານ ແລະ ປະດັບຊັ້ນໂດຍ ພັທ ສີເສີດ ສອນດາລາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ, ມີ ປກສ 8 ເມືອງ, ບັນດາຫ້ອງອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພັທ ດວງເພັດ ພົມມະຈັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 928/ປກສ ລົງວັນທີ 22 ພຶດສະພາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວກໍາລັງ ປກສ ແຂວງ ເຊິ່ງມີລາຍລະອຽກການເລື່ອນຊັ້ນ ດັ່ງນີ້:

ພິທີປະກາດການເລື່ອນຊັ້ນ ແລະ ມອບເງິນອຸດໜູນບໍານານ ໃຫ້ນາຍຕໍາຫຼວດທີ່ຄົບມາດຖານເງື່ອນໄຂ
ພິທີປະກາດການເລື່ອນຊັ້ນ ແລະ ມອບເງິນອຸດໜູນບໍານານ ໃຫ້ນາຍຕໍາຫຼວດທີ່ຄົບມາດຖານເງື່ອນໄຂ

ພັນຕີ ຂຶ້ນ ພັນໂທ 6 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 28 ສະຫາຍ ຍິງ 7 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ ເຊິ່ງແມ່ນພະນັກງານຜູ້ທີ່ມີຄວາມຫ້າວຫັນດີເດັ່ນ ໃນການປະກອບສ່ວນເຮັດວຽກງານວິຊາສະເພາະ ປກສ ໃນທົ່ວປວງຊົນຮອບດ້ານ ແລະ ຜູ້ທີ່ຄົບມາດຖານເງື່ອນໄຂ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ກໍາລັງ ປກສ ວາງອອກ.

ພ້ອມດຽວກັນນີ້, ທ່ານຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 2157/ປກສ ລົງວັນທີ 21 ພະຈິກ 2018 ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ມີທັງໝົດ 4 ສະຫາຍ ຄື: ພັທ ບຸນລອງ ອິນທິລາດ ອະດີດພະນັກງານ ປກສ ແຂວງ, ພັທ ສົມດີ ຄຸນນະຊັບ, ພັທ ສົມສະກຸນ ໂກ່ມແກ້ວມະນີ ທັງສອງທ່ານແມ່ນອະດີດພະນັກງານ ປກສ ເມືອງເລົ່າງາມ, ພັທ ດວງໃຈ ລ້ອມບຸດຕີແສງ ອະດີດພະນັກງານ ປກສ ເມືອງສາລະວັນ ແລະ ໄດ້ມອບເງິນອຸດໜູນລວມທັງໝົດ 114.078.600 ກີບ.

ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ມີທັງໝົດ 4 ສະຫາຍ
ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ ມີທັງໝົດ 4 ສະຫາຍ

ໂອກາດດຽວກັນ, ທ່ານຮັກສາການຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ໄດ້ໃຫ້ກຽດໂອ້ລົມພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ກ້າວໄກໃນລວງເລິ່ກ, ເພີ່ມທະວີໃນການຮັກສາມູນເຊື້ອ, ຄວາມຈົງຮັກພັກດີ, ຄວາມບໍລິສຸດ-ທ່ຽງທໍາ, ຍົກສູງບົດບາດ ແລະ ສະຕິຕໍ່ວຽກງານ ປກສ ຮອບດ້ານ.