ມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ

0
2306

ພິທີມອບ-ຮັບໜ້າທີ່ລະຫວ່າງ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ (ຜູ້ເກົ່າ) ແລະ ພັທ ຄຳພອນ ສີກຸມພົນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2019, ໂດຍມີ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ, ມີ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ຈາກບັນດາຫ້ອງອ້ອມຂ້າງກອງບັນຊາການ, ແຂກຮັບເຊີນຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 5, ຄ້າຍຄຸມຂັງ-ດັດສ້າງ, ກອງພັນປ້ອງກັນເຄື່ອນທີ່, ກອງບັນຊາການ ປກສ ເມືອງ 10 ຕົວເມືອງ ເຂົ້າຮ່ວມເປັນສັກຂີພະຍານ.

ພິທີໃນຄັ້ງນີ້, ໄດ້ມີການຜ່ານຂໍ້ຕົກລົງ ສະບັບເລກທີ 782/ປກສ ວ່າດ້ວຍ ການໂຍກຍ້າຍນາຍຕຳຫຼວດ ປກສ ແຂວງຄຳມ່ວນ, ຂໍ້ຕົກລົງ ສະບັບເລກທີ 783/ປກສ ວ່າດ້ວຍ ການແຕ່ງຕັ້ງຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ເຊິ່ງໃນນັ້ນໄດ້ໂຍກຍ້າຍ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການປົກຄອງ ແຂວງຄຳມ່ວນ ແລະ ແຕ່ງຕັ້ງ ພັທ ຄຳພອນ ສີກຸມພົນ ຈາກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຂຶ້ນເປັນ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.

ໂດຍມີ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ເຂົ້າຮ່ວມ
ໂດຍມີ ທ່ານ ໂອໃດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ເຂົ້າຮ່ວມ

ການຈັດພິທີຄັ້ງນີ້ ແມ່ນເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ໃຫ້ມີທັດສະນະໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງ ໃນໄລຍະໃໝ່ ເພື່ອຮັກສາການຫົວໜ້າ ປກສ ແຂວງ ຈາກນັ້ນ ທັງສອງທ່ານໄດ້ເຊັນສືບຕໍ່ຊີ້ນຳໆພາຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.