ໄຂກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII

0
1105

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ມິຖຸນາ 2019 ພາຍໃຕ້ເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາທ່ານການນໍາ-ອະດີດການນໍາຂັ້ນສູງຂອງພັກ-ລັດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ມິຖຸນາ 2019
ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ມິຖຸນາ 2019

ໃນວາລະດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຍັງໄດ້ລາຍງານໃຫ້ຮູ້ວ່າ:

ກອງປະຊຸມສະໄໝສາມັນເທື່ອທີ 7 ນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ຈໍານວນ 10 ບັນຫາ ເປັນຕົ້ນແມ່ນ

ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍ ປີ 2019.

ມີບັນດາທ່ານການນໍາ-ອະດີດການນໍາຂັ້ນສູງຂອງພັກ-ລັດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ
ມີບັນດາທ່ານການນໍາ-ອະດີດການນໍາຂັ້ນສູງຂອງພັກ-ລັດ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ

ຮັບຮອງບົດລາຍງານຂອງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໂດຍສະເພາະ ການສ້າງຊັບພະຍາກອນມະນຸດ ໃຫ້ໄປຕາມການບຸລິມະສິດ.

ຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ວຽກງານທ່ອງທ່ຽວ ຕິດພັນກັບ ການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ-ຈີນ ປີ 2019 ວ່າດ້ວຍ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ຮັບຮອງການຊີ້ແຈງຂອງ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ການຄຸ້ມຄອງ, ການອອກແບບໃບຕາດິນຊໍ້າຊ້ອນ ໃນໄລຍະຜ່ານມາ.

ມາດຕະການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງ ລັດຖະມົນຕີ ກະຊວງກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ກ່ຽວກັບ ການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ຕິດພັນກັບ ການໃຊ້ງົບປະມານຂອງລັດ ກໍຄືຈາກໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດ.

ພາຍໃຕ້ເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ
ພາຍໃຕ້ເປັນປະທານໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ

ຮັບຮອງບົດລາຍງານຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການຕິດຕາມກວດກາການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ ຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ.

ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ເຊິ່ງໃນນັ້ນມີ ຂົງເຂດເສດຖະກິດ 6 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 2 ສະບັບ, ຂົງເຂດຍຸຕິທໍາ ແລະ ການປົກຄອງມີ 2 ສະບັບ ແລະອື່ນໆອີກ.

ກອງປະຊຸມຄັ້ງນີ້ ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ຈໍານວນ 10 ບັນຫາ
ກອງປະຊຸມຄັ້ງນີ້ ຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ຈໍານວນ 10 ບັນຫາ

ທັງນີ້, ກໍເພື່ອຮັບປະກັນການດໍາເນີນກອງປະຊຸມດັ່ງກ່າວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ສະໜອງຂໍ້ມູນ, ໃຫ້ການຮ່ວມມືຕໍ່ບັນດາເນື້ອໃນທີ່ນໍາມາພິຈາລະນາ ພ້ອມທັງເຊີດຊູຄວາມຮັບຜິດຊອບການເມືອງໃນການຄົ້ນຄວ້າ, ປະກອບຄໍາເຫັນ, ພິຈາລະນາທຸກບັນຫາຢ່າງຖີ່ຖ້ວນ-ພາວະວິໄສ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມທີ່ວາງໄວ້.